ອະນຸມັດຜ່ານແຜນຮ່າງຊຸກຍູ້ຮູບແບບເສດຖະກິດແບ່ງປັນ (sharing economy)

(VOVWORLD) - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍປະກາດຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານແຜນຮ່າງຊຸກຍູ້ຮູບແບບເສດຖະກິດແບ່ງປັນ.
ອະນຸມັດຜ່ານແຜນຮ່າງຊຸກຍູ້ຮູບແບບເສດຖະກິດແບ່ງປັນ (sharing economy) - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ເປົ້າໝາຍຂອງແຜນຮ່າງດັ່ງກ່າວ ແມ່ນຮັບປະກັນສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ສະເໝີພາບລະຫວ່າງບັນດາວິສາຫະກິດດໍາເນີນທຸລະກິດຕາມຮູບແບບເສດຖະກິດແບ່ງປັນ ແລະ ເສດຖະກິດແບບເກົ່າ; ພ້ອມທັງສົ່ງເສີມການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະ ພັດທະນາພື້ນຖານເສດຖະກິດດີຈີຕອນ. ທັດສະນະຂອງແຜນຮ່າງດັ່ງກ່າວ ແມ່ນສະໜັບສະໜູນ, ຮັບມືກັບທ່າອ່ຽງພັດທະນາໃໝ່ຂອງຮູບແບບເສດຖະກິດແບ່ງປັນ ໃນເງື່ອນໄຂ ເຕັກໂນໂລຢີດີຈີຕອນໃນໂລກພັດທະນາຢ່າງໄວວາ.

ຜ່ານການປະຕິບັດ, ແຜນຮ່າງຈະສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດແບບສະເໝີພາບລະຫວ່າງບັນດາວິສາຫະກິດທີ່ເຄື່ອນໄຫວເສດຖະກິດແບ່ງປັນ ແລະ ວິສາຫະກິດດໍາເນີນທຸລະກິດແບບເກ່ົ່າ; ລະຫວ່າງວິສາຫະກິດພາຍໃນ ແລະ ວິສາຫະກິດຕ່າງປະເທດ ຕາມທິດສ້າງເງື່ອນໄຂສະດວກ, ໜູນຊ່ວຍວິສາຫະກິດແບບເກົ່າຫັນປ່ຽນຮູບແບບດໍາເນີນທຸລະກິດ; ປະຕິບັດກົນໄກທົດລອງນະໂຍບາຍໃໝ່ສໍາລັບການຜັນຂະຫຍາຍ, ໝູນໃຊ້ເຕັກໂນໂລຢີໃໝ່ເຂົ້າໃນຮູບແບບເສດຖະກິດແບ່ງປັນ... ຂໍ້ຕົກລົງສະບັບດັ່ງກ່າວມີຜົນສັກສິດນັບແຕ່ວັນທີ 12 ສິງຫາ 2019 ເປັນຕົ້ນໄປ.


ຕອບກັບ

ຂ່າວ/ບົດ​ອື່ນ