ອາຊຽນ-ຈີນເພີ່ມທະວີການຮ່ວມມືດ້ານຕຸລາການ

 ອາຊຽນ-ຈີນເພີ່ມທະວີການຮ່ວມມືດ້ານຕຸລາການ - ảnh 1
ກອງ​ປະ​ຊຸມ​ຫົວ​ຫນ້າ ໄອ​ຍະ​ການ ບັນ​ດາ​ປະ​ເທດ ອາ​ຊຽນ - ຈີນ ຄັ້ງ​ທີ 9
(vovworld)- ກອງ​ປະ​ຊຸມ​ຫົວ​ຫນ້າ ໄອ​ຍະ​ການ ບັນ​ດາ​ປະ​ເທດ ອາ​ຊຽນ - ຈີນ ຄັ້ງ​ທີ 9 ຖືກ​ໄຂ​ຂຶ້ນໃນ​ວັນ​ທີ 25/11, ຢູ່ ນະ​ຄອນ ຫນານ​ຫນິງ ແຂວງ ກວາງ​ສີ ປະ​ເທດ ຈີນ. ກອງ​ປະ​ຊຸມ​ໄດ້​ແບ່ງ​ປັນ​ບັນ​ດາ​ວິ​ທີ​ເຮັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ​ບົດ​ຮຽນ​ສຳ​ເລັດ​ຜົນ, ຍົກ​ອອກ​ບັນ​ດາ​ການ​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂ​ໍ​້​ຕິດ​ຄັດ​ໃນ​ການ​ຮ່ວມ​ມື ພ້ອມ​ທັງ​ສະ​ເຫນີ​ບັນ​ດາ​ຂໍ້​ສະ​ເຫນີ​ມີ​ລັກ​ສະ​ນະ​ສ້າງ​ສັນ ແລະ ມີ​ຄວາມ​ເປັນ​ໄປ​ໃນ​ຂົງ​ເຂດ​ຕຸ​ລາ​ການ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ຫົວ​ຫນ້າ ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫງວຽນ​ຮ່​ວາ​ບີງ ເນັ້ນ​ຫນັກ​ວ່າ: ການ​ປ້ອງ​ກັນ​, ຕໍ່​ສູ້ບັນ​ດາ​ອາດ​ຊະ​ຍາ​ກຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ບໍ່​ແມ່ນ​ບັນ​ຫາ​ທີ່​ຂຶ້ນ​ກັບ​ແຕ່​ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ການ​ຮ່ວມ​ມື, ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາອ​ົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ບັນ​ດາ​ປະ​ເທດ.

ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ, ກອງ​ປະ​ຊຸມ​ຫົວ​ຫນ້າ​ໄອ​ຍະ​ການ​ບັນ​ດາ​ປະ​ເທດ ອາ​ຊຽນ - ຈີນ ໄດ້​ກາຍ​ເປັນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ສາ​ກົນ​ສຳ​ຄັນ ກ່ຽວ​ກັບ​ກົດ​ໝາຍ ແລະ​ນັບ​ມື້​ນັບ​ມີ​ອິດ​ທິ​ພົນ​ຊື່​ສຽງ.

 

ຂ່າວ/ບົດ​ອື່ນ