ອາຊຽນແລະຈີນຂຶ້ນແຜນການຈັດກອງປະຊຸມກ່ຽວກັບ DOC

(VOVWORLD) -ວັນທີ 16 ພຶດສະພາ, ຈີນ ໄດ້ແຈ້ງໃຫ້ຊາບວ່າ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 14 ກ່ຽວກັບການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຈະໄດ້ດຳເນີນໃນວັນທີ 18/05 ຈະມາເຖິງ ຢູ່ນະຄອນກວຍຢາງ, ແຂວງກວຍເຈົາ, ທາງທິດຕາເວັນຕົກສ່ຽງໃຕ້ຈີນ.

ອາຊຽນແລະຈີນຂຶ້ນແຜນການຈັດກອງປະຊຸມກ່ຽວກັບ DOC - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ

(ພາບປະກອບ: Xinhua)

ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ໃຫ້ຮູ້ວ່າ, ວົງການເຈົ້າໜ້າທີ່ການຕ່າງປະເທດຂັ້ນສູງສັງກັດອາຊຽນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ລ້ຽວເຈີນມິນ ຈະເຂົ້າຮ່ວມກອງປະຊຸມ. ກ່ອນໜ້ານັ້ນຈະດຳເນີນກອງປະຊຸມກຸ່ມປະຕິບັດງານລວມຄັ້ງທີ 21 ກ່ຽວກັບການປະຕິບັດ DOC. ຕາມໂຄສົກ ຄວາຈວນຢິງ ແລ້ວ, ບັນດາປະເທດອາຊຽນ ແລະ ຈີນ ຈະສືບຕໍ່ປຶກສາຫາລືກ່ຽວກັບການປະຕິບັດ DOC, ຊຸກຍູ້ການຮ່ວມມືໃນສະພາບຕົວຈິງບົນທະເລ ແລະ ບັນດາບັນຫາກ່ຽວຂ້ອງເຖິງການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ພາຍຫຼັງການພົບປະຄັ້ງຕ່າງໆ, ວັນທີ 19 ພຶດສະພາ, ບັນດາເຈົ້າໜ້າທີ່ອາວຸໄສອາຊຽນ ແລະ ຈີນ ຈະປຶກສາຫາລືກ່ຽວກັບບັນດາການພົວພັນ 2 ຝ່າຍ ແລະ ຮ່ວມມືໃນພາກພື້ນອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ