ອາຟະລິກາໃຕ້ ແລະ ເຢຍລະມັນເພີ່ມທະວີການພົວພັນຮ່ວມມື
ທ່ານລັດຖະມົນຕີິການຕ່າງປະເທດເຢຍລະມັນ Frank – Walter Steinmeier ແລະ ທ່ານນາງລັດຖະມົນຕີການພົວພັນສາກົນ ແລະ ຮ່ວມມືອາຟະລິກາໃຕ້ Maite Nkoana-Mashabane. (ພາບ: getty)
|
(vovworld)- ທີ່ວາລະປະຊຸມຄັ້ງທີ 8 ຂອງຄະນະກຳມະການລະຫວ່າງລັດຖະບານ ອາຟະລິກາໃຕ້ - ເຢຍລະມັນ ທີ່ນະຄອນຫຼວງ Pretoria ເມືອ່ວັນທີ 21/11, 2 ຝ່າຍຢືນຢັນຄວາມຫວັງເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ 2 ປະເທດ, ພິເສດແມ່ນໃນການຕໍ່ສູ້ປ້ອງກັນ ແລະ ຕ້ານເຊື້ອ HIV/ໂລກເອດ, ບັນດາບັນຫາທີ່ກ່ຽວຂ້ອງເຖິງການຄຸ້ມຄອງ ແລະ ການບໍລິຫານລັດ, ພະລັງງານ ແລະ ດິນຟ້າອາກາດ… ລັດຖະບານເຢຍລະມັນໃຫ້ຄຳໝັ້ນສັນຍາສະໜອງບ້ວງເງິນຊ່ວຍເຫຼືອພັດທະນາລວມມຸນຄ່າ 72,5 ລ້ານເອີໂຣ, 38,5 ລ້ານເອີໂຣໃຫ້ແກ່ບັນດາໂຄງການຮ່ວມມືດ້ານການເງິນ ແລະ 34 ລ້ານເອີໂຣ ໃຫ້ແກ່ໂຄງການຮ່ວມມືດ້ານເຕັກນິກ. ທ່ານລັດຖະມົນຕີິການຕ່າງປະເທດເຢຍລະມັນ Frank – Walter Steinmeier ຫວັງວ່າ ອາຟະລິກາໃຕ້ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ບັນດານັກລົງທຶນເຢຍລະມັນພາຍຫຼັງທີ່ອາຟະລິກາໃຕ້ລົບລ້າງສັນຍາ 2 ຝ່າຍກ່ອນນີ້, ໃນນັ້ນໄດ້ກຳນົດບັນດາບັນຫາທີ່ກ່ຽວຂ້ອງເຖິງພາສີອາກອນ ແລະ ກຳມະສິດ.