ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ
ພາບ: AFP |
(vovworld) -ໃນສະພາບການຕ້ອງຫລຸດຜ່ອນງົບປະມານປ້ອງກັນຊາດຍ້ອນປະສົບກັບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດປະຈຸບັນ, ອາເມລິກາ ພວມພະຍາຍາມປັບປຸງເຄືອຂ່າຍບັນດາພັນທະມິດການທະຫານທົ່ວໂລກ ເພື່ອຮັກສາບົດບາດທີ່ຕັ້ງຂອງປະເທດມະຫາອຳນາດອັນດັບຫນຶ່ງຂອງຕົນ. ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 25/10 ທີ່ກອງປະຊຸມຂ່າວຢູ່ ທຳນຽບ 5 ແຈ ກ່ຽວກັບເລື່ອງກອງທັບ ອາເມລິກາ ເຮັດແນວໃດເພື່ອຮັກສາກຳລັງແຮງ ແລະ ການມີຫນ້າໃນທົ່ວໂລກ ໃນຂະນະທີ່ບັນດາແຫລ່ງກຳລັງພວມຊຸດໂຊມ, ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ຢືນຢັນວ່າ: ມາດຕະການທີ່ສຳຄັນຊຶ່ງພວກຂ້າພະເຈົ້າຈະປະຕິບັດແມ່ນປັບປຸງເຄືອຂ່າຍພັນທະມິດການທະຫານທົ່ວໂລກ. ທ່ານຍັງໃຫ້ຮູ້ວ່າ: ເສົາຄ້ຳສຳຄັນຂອງຍຸດທະສາດການປ້ອງກັນຊາດ ອາເມລິກາ ໄດ້ປະກາດໃນປີນີ້ນັ້ນແມ່ນການພັດທະນາ ແລະ ເພີ່ມພູນຄູນສ້າງບັນດາສາຍພົວພັນກັບປະເທດຕ່າງໆ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາປະເທດນີ້ກໍຄືກໍ່ສ້າງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືໃຫມ່ ເພື່ອຊຸກຍູ້ການປ້ອງກັນຄວາມສະຫງົບທົ່ວໂລກ.