ອາເມລິກາ ຕໍ່ກຳນົດເວລາຍົກເວັ້ນນຳໃຊ້ມາດຕະການລົງໂທດ

(vovworld) - ວັນ​ທີ 7/12, ອາ​ເມ​ລິ​ກາ ​ໄດ້​ຕົກ​ລົງ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 180 ມື້​ກ່ຽວ​ກັບ​ກາ​ນຍົກ​ເວັ້ນນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່ ອີຣານ ສຳລັບ 9 ພື້ນຖານ​ເສດຖະກິດ​ທີ່​ຫລຸດຜ່ອນ​ການ​ນຳ​ເຂົ້າ​ນ້ຳມັນ​ຂອງ ​ເຕ​ເຮຣານ, ​ໃນ​ນັ້ນ ມີ​ຈີນ, ອິນ​ເດຍ, ​ສ​ເກົາຫລີ. ​ໃນ​ຖະ​ແຫລ​ງການ​ດ້ວຍ​ລາຍ​ລັກ​ອັກສອນ, ທ່ານ​ນາງ Hilary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ຊີ້​ແຈງ​ວ່າ: ບັນດາ​ພື້ນຖານ​ດັ່ງກ່າວ​ໄດ້​ຮັບ​ການ​ຕໍ່​ກຳນົດ​ເວລາ​ນຳ​ໃຊ້​ມາດ​ຕະການ​ລົງ​ໂທດ ​ເພາະວ່າ ​ເຂົາ​ເຈົ້າ​ໄດ້​ຫລຸດຜ່ອນ​ປະລິມານ​ຊື້​ນ້ຳມັນ​ຂອງ​ ອີຣານ ພໍ​ສົມຄວນ. ນອກຈາກ 3 ພື້ນຖານ​ເສດຖະກິດ​ທີ່​ກ່າວ​ມາ​ຂ້າງ​ເທິງ ຍັງ​ມີ ມາ​ເລ​ເຊຍ, ສິງກະ​ໂປ, ອາ​ຟຼິກາ​ໃຕ້, ສີ​ລັງກາ, ຕວກກີ ​ແລະ ​ໄຕ້​ຫວັນ.

ຕອບກັບ

ຂ່າວ/ບົດ​ອື່ນ