ຮັບຮອງເອົາແຜນຮ່າງທົດລອງອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ

ຮັບຮອງເອົາແຜນຮ່າງທົດລອງອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 17/02, ທ່ານ​ຮອງ​ນາຍົກລັດຖ​ະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ ເລຂາ​ຄະນະ​ພັກນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຮັບຮອງ​ເອົາແຜນ​ຮ່າງ​ທົດ​ລອງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ກອງ​ປະຊຸມ​ເປັນ​ທາງ​ການ​ຄັ້ງ​ສຸດທ້າຍ​ຂອງ​ນະຄອນ ​ເພື່ອ​ປະກອບ​ຄຳ​ເຫັນ​ໃສ່​ແຜນ​ຮ່າງ. ​​ແຜນ​ຮ່າງ​ທົດ​ລອງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ນະຄອນ​ໂຮ່ຈິ​ມິນ ລວມ 6 ພາກ, ​ໃນ​ນັ້ນ​ມີ​ບັນດາ​ພາກ​ສຳຄັນ​ແມ່ນ ປ່ຽນ​ໃໝ່​ບາງ​ເນື້ອ​ໃນ​ຈັດ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບໍລິຫານ​ລັດ ລະຫວ່າງອຳນາດ​ການ​ປົກຄອງ​ທຸກ​ຂັ້ນ; ກຳນົດອົງ​ການຈັດ​ຕັ້ງ​ພັກ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ອົງ​ການຈັດ​ຕັ້ງການ​ເມືອງ - ສັງຄົມ​ໃນ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ, ກະກຽມ​ແຫຼ່ງຊັບພະຍາກ​ອນມະນຸດ​ໃຫ້​ແຜນ​ຮ່າງ, ຈັດ​ຕັ້ງ​ການ​ປະຕິບັດ ​ແລະ ຂໍ້​ສະ​ເໜີ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາວ້າ: ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ເຂດ​ຕົວ​ເມືອງ​ພິ​ເສດ, ​ແມ່ນ​ສູນ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ເຂດ ​ແລະ ທົ່ວ​ປະ​ເທດ, ສະ​ນັ້ນ ຕ້ອງ​ມີ​ກົນ​ໄກ​ສະ​ເພາະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນະຄອນ​ເສີມ​ຂະຫຍາຍ​​ຄວາມ​ສາມາດ​ບົມຊ້ອນ ​ແລະ ​ແຫຼ່ງກຳ​ລັງ. ​ທັງໝົດແຜນ​ຮ່າງ​ທົດ​ລອງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ແມ່ນ​ແຜນ​ຮ່າງ​ທີ່ສັບສົນ ແລະ ​ໃໝ່​ອ່ຽມ, ​ທາງ​ນະຄອນ​ໄດ້​ກະກຽມ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ ​ແລະ ມີໜ້າ​ທີ່​ຮັບຜິດຊອບ. ຄາດ​ວ່າ, ວັນ​ທີ 13/03 ຈະ​ມາ​ເຖິງ, ກົມ​ການ​ເມືອງ ຈະ​ຮັບ​ຟັງ​ລັດຖະບານ​ສະ​ເໜີ​ກ່ຽວ​ກັບ​ແຜນ​ຮ່າງ​ກ່ອນ​ທີ່​ຍື່ນ​ລາຍງານຕໍ່​ສະພາ​​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ