ຮັບເອົາຄຳເຫັນຂອງອະດີດການນຳພັກ, ລັດ ກ່ຽວກັບການປັບປຸງລັດຖະທຳມະນູນປີ 1992

ຮັບເອົາຄຳເຫັນຂອງອະດີດການນຳພັກ, ລັດ ກ່ຽວກັບການປັບປຸງລັດຖະທຳມະນູນປີ 1992 - ảnh 1
ພາບປະກອບ

(vovworld) - ວັນ​ທີ 29/3, ກຳມາ​ທິການ​ຮຽບຮຽງ​ລັດຖະທຳ​ມະນູນ​ປີ 1992 ​ສະບັບ​ປັບປຸງໄດ້​ຈັດ​ຕັ້ງ​ກອງ​ປະຊຸມ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ອະດີດ​ການ​ນຳ​ພັກ, ລັດ ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ ປີ 1992. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ປະທານ​ກຳມາ​ທິການ​ຮຽບຮຽງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເນັ້ນ​ໜັກ​ວ່າເລື່ອງ​ປັບປຸງ​ລັດຖະທຳ​ມະນູນ ປີ 1992 ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ເໝາະ​ສົມກັບ​ການ​ຜັນ​ແປ​ຂອງ​ສະພາບ​ການ​ໃໝ່ ​ແລະ ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ. ທີ່​ກອງ​ປະຊຸມ, ອະດີດ​ການ​ນຳ​ພັກ, ລັດ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ບົດ​ລາຍ​ງານ​ບາງ​ເນື້ອ​ໃນ​ພື້ນຖານ​​ເຊິ່ງຄາດ​ວ່າ​ຈະ​ປັບປຸງ, ​ເພີ​ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ​.​.​.​ ​ໃນ​ນັ້ນ, ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ບັນດາ​ສິ່ງ​ຈຳກັດ ​ແລະ ​ເຫ​ດຜົນ, ກຳນົດ​ທິດ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992.

ຂ່າວ/ບົດ​ອື່ນ