ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນປີໃໝ່ຢູ່ດ່າໜັ້ງ
ຮອງນາຍົກລັດຖະມນຕີ ຫງວຽນຊວນຟຸກ ລົງຢ້ຽມຢາມ ແລະ ອວພອນປີໃໝ່ຕຳຫຼວດ ນະຄອນ ດ່າໜັ້ງ
(ພາບປະກອບ)
(vovworld) – ໃນຕອນເຊົ້າວັນທີ 31/1, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ພາລະກອນຄະນະພັກເມືອງ ຫາຍເຈົາ ແລະ ຕຳຫຼວດນະຄອນ ດ່າໜັ້ງ. ທ່ານຮອງນາຍົກລັດຖະມົນຕີອວຍພອນໃຫ້ເມືອງ ຫາຍເຈົາ ປີໃໝ່ບັນລຸໄດ້ຜົນງານໃນ 3 ຂົງເຂດຄື: ເສດຖະກິດ, ຮັບປະກັນຊີວິດສັງຄົມ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສົມເປັນເມືອງໃຈກາງຂອງນະຄອນ ດ່າໜັ້ງ. ເມື່ອອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດນະຄອນ ດ່າໜັ້ງ, ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈກຳລັງຕຳຫຼວດນະຄອນຍົກສູງນ້ຳໃຈກຽມພ້ອມຕໍ່ສູ້, ກໍ່ສ້າງກຳລັງໃຫ້ນັບມື້ນັບໝັ້ນຄົງ, ເຂັ້ມແຂງ.