ຮອງນາຍົກລັດຖະມົນຕີຫວູດຶກດາມ:ນະໂຍບາຍພັດທະນາຂອງຫວຽດນາມລ້ວນແຕ່ມູ່ງໄປເຖິງການເບິ່ງແຍງດູແລເດັກນ້ອຍ
ຮອງນາຍົກລັດຖະມົນຕີຫວູດຶກດາມ
(ພາບ: nguyentandung.org)
(vovworld) – ການໂອ້ລົມສົນທະນາ ZEZOtalks ສິດຂອງເດັກ ແລະ ຫຼັກການດຳເນີນທຸລະກິດເປັນຄັ້ງທຳອິດໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ ຊຶ່ງດຳເນີນໄປໃນຕອນເຊົ້າວັນທີ 27/11, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດທີ 2 ໃນໂລກ ແລະ ແມ່ນປະເທດທຳອິດໃນ ອາຊີ ໃຫ້ສັດຕະຍາບັນສົນທິສັນຍາ ສປຊ ກ່ຽວກັບສິດທິເດັກ. ພ້ອມກັບເລືອ່ງໃຫ້ສັດຕະຍາບັນສົນທິສັນຍານີ້, ບັນດານະໂຍບາຍຂອງລັດຖະບານລ້ວນແຕ່ແນໃສ່ເດັກ. ດັ່ງນັ້ນ, ຫວຽດນາມ ໄດ້ປະຕິບັດສຳເລັດຈຸດໝາຍສະຫັດສະຫວັດກ່ອນໝູ່ເມື່ອທຽບໃສ່ບັນດາປະເທດພວມພັດທະນາ, ໃນນັ້ນມີຈຸດໝາຍສະຫັດສະຫວັດກ່ຽວຂ້ອງເດັກ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຢືນຢັນວ່າ:
“ຈິດໃຈຂອງວິສາຫະກິດ ຫວຽດນາມ ແມ່ນຍາມໃດກໍ່ກຽມພ້ອມຮັບມືກັບການທ້າທາຍ, ດ້ວຍຄຸນນະທາດ ແລະ ພຸມປັນຍາ, ຫັນການທ້າທາຍເປັນກາລະໂອກາດໃຫ້ແກ່ຕົນເອງ ແລະ ໃຫ້ທຸກຄົນ. ບໍ່ພຽງແຕ່ສ້າງວັດຖຸສິ່ງຂອງ, ວັດທະນາຖາວອນໃຫ້ແກ່ຕົນເທົ່ານັ້ນ ຫາກຍັງໃຫ້ແກ່ປະຊາຄົມອີກດ້ວຍ. ບັນດາວິສາຫະກິດໄດ້ປະກອບສ່ວນບໍ່ພຽງແຕ່ດ້ວຍກອງທຶນກຸສົນ ຫຼຶບັນດາການເຄື່ອນໄຫວໜູນຊ່ວຍເດັກໂດຍກົງ. ມື້ນີ້, ພວກຂ້າພະເຈົ້າຢາກມີການເຄື່ອນໄຫວຫຼາຍກ່ວາ, ໃນຈິດໃຈວິສາຫະກິດ ແລະ ຫຼັກການດຳເນີນທຸລະກິດຂອງພວກເພື່ອນໄດ້ເຮັດໄປແລ້ວ, ໄດ້ເອົາໃຈໃສ່ເຖິງເດັກນ້ອຍແລ້ວ, ປະຈຸບັນຕ້ອງດຳເນີນເປັນປະຈຳກ່ວາອີກ.”