ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຢ້ຽມຢາມຮຸງກາຣີ

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ຢ້ຽມຢາມຮຸງກາຣີ - ảnh 1

ປະ​ເທດຮຸງ​ກາຣີ

(ພາບ:vov.vn)

(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນຮອງ​ນາຍົກລັດຖະມົນຕີຮູງກາຣີ Semjen Zsolt, ວັນ​ທີ 28/7, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍິນ​ ​ໄດ້​ເລິ່ມຕົ້ນຢ້ຽມຢາມ​ຮຸງ​ກາຣີ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ດຳ​ເນີນ​ແຕ່​ວັນ​ທີ 28-30/7/2013. ​ໃນຂອບ​ເຂດ​ການ​ຢ້ຽມຢາມ, ທ່ານຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍິນ​ ຈະ​ມີ​ການ​ເຈ​ລະ​ຈາ​ກັບທ່າ​ນຮອງ​ນາຍົກລັດຖະມົນຕີຮູງກາຣີ Semjen Zsolt, ​ໄປ​ຢ້ຽມຢາມ​ຮາກ​ຖານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາຈຳນວນ​ໜຶ່ງ, ​ໄປ​ຢ້ຽມຢາມ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ປະ​ຊາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຮຸງ​ກາຣີ.

ຂ່າວ/ບົດ​ອື່ນ