(vovworld) - ວັນທີ 9/11, ທີ່ການຕ້ອນຮັບຄະນະຜູ້ແທນທີ່ເປັນແບບຢ່າງທີ່ດີເດັ່ນໃນການ “ຜະລິດເກັ່ງ, ປະຕິບັດວຽກງານສັງຄົມໄດ້ດີ” ໃນໝູ່ປະຊາຊົນເຜົ່າສ່ວນໜ້ອຍແຂວງ Thanh Hoa, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຮັບຮູ້ບັນດາຜົນງານຂອງແຂວງ Thanh Hoa ໃນການພັດທະນາເສດຖະກິດສັງຄົມ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ເນັ້ນໜັກວ່າ ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເຜົ່າສ່ວນໜ້ອຍໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ແມ່ນຍ້ອນມີການປະກອບສ່ວນຂອງໝູ່ຄະນະ ແລະ ສ່ວນບຸກຄົນຊາວເຜົ່າສ່ວນໜ້ວຍໃນຂະບວນການຜະລິດເກັ່ງ, ປະຕິບັດວຽກງານສັງຄົມໄດ້ດີ. ດ້ວຍຄວາມມານະພະຍາຍາມຂອງຕົນ, ບັນດາແບບຢ່າງທີ່ດີເດັ່ນໄດ້ປ່ຽນໃໝ່ແນວຄິດ, ວິທີເຮັດວຽກ, ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກ, ຈັດຕັ້ງການຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນ. ທ່ານ Uong Chu Luu ສະແດງຄວາມຫວັງວ່າ, ບັນດາຜູ້ແທນເຜົ່າສ່ວນໜ້ວຍແຂວງ Thanh Hoa ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ເປັນແບບຢ່າງ ແລະ ຊ່ວຍເຫຼືອພໍແມ່ປະຊາຊົນໃນບ້ານ ພັດທະນາການຜະລິດ, ບືນຕົວຂຶ້ນຫຼຸດຜົ້ນອອກຈາກຄວາມທຸກຍາກ.