ເກີດເຫດຍິງປືນຢູ່ ອາເມລິກາ, ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ

(VOVWORLD) - ຢ່າງໜ້ອຍສຸດມີ 3 ຄົນໄດ້ເສຍຊີວິດ ແລະ 7 ຄົນຖືກຮັບບາດເຈັບໃນການຍິງປືນທີ່ເກີດຂຶ້ນໃນຄ່ຳຄືນວັນທີ 28 ກໍລະກົດ ຢູ່ນະຄອນ New Orleans ຂຶ້ນກັບລັດ Louisiana ຂອງ ອາເມລິກາ. ພະແນກຕຳຫລວດນະຄອນ New Orleans ໃຫ້ຮູ້ວ່າ:

ກຳລັງປ້ອງກັນຄວາມສະຫງົບໄດ້ມີໜ້າຢູ່ສະຖານທີ່ເກີດເຫດຍິງປືນ ພາຍຫລັງໄດ້ຮັບຂ່າວຄາວກ່ຽວກັບເຫດການດັ່ງກ່າວ. 3 ຄົນໄດ້ເສຍຊີວິດຢູ່ສະຖານທີ່ເກີດເຫດ, ໃນຂະນະນັ້ນ ບັນດາຜູ້ຮັບບາດເຈັບໄດ້ນຳໄປໂຮງໝໍສຸກເສີນ. ປັດຈຸບັນ ຕຳຫລວດກຳລັງເກັບກຳຂໍ້ມູນຂ່າວ, ສືບສວນເຫດການດັ່ງກ່າວ. ເຫດການດັ່ງກ່າວເກີດຂຶ້ນໃນສະພາບການປະເທດ ອາເມລິກາ ພວມໂຕ້ຖຽງກັນກ່ຽວກັບບັນຫາສິດນຳໃຊ້ປືນ, ໃນຂະນະທີ່ນັບມື້ນັບມີຫລາຍເຫດຍິງປືນທີ່ເກີດຂຶ້ນໃນທົ່ວທຸກແຫ່ງຂອງປະເທດ ອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ