ເຊີດຊູວິສາຫະກິດຫວຽດນາມທີ່ເປັບແບບຢ່າງດີເດັ່ນໃນການປະດິດຄິດສ້າງປີ 2019

(VOVWORLD) -ບັນດາວິສາຫະກິດໄດ້ຮັບການເຊີດຊູທີ່ພິທີແມ່ນບັນດາວິສາຫະກິດມີຂໍ້ລິເລີ່ມ, ຄົ້ນຄິດປະດິດແຕ່ງນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຜະລິດ ດຳເນີນທຸລະກິດ, ສ້າງເປັນບັນດາຜະລິດຕະພັນທີ່ມີຄຸນຄ່າ

ເຊີດຊູວິສາຫະກິດຫວຽດນາມທີ່ເປັບແບບຢ່າງດີເດັ່ນໃນການປະດິດຄິດສ້າງປີ 2019 - ảnh 1 ພິທີເຊີດຊູວິສາຫະກິດຫວຽດນາມທີ່ເປັບແບບຢ່າງດີເດັ່ນໃນການປະດິດຄິດສ້າງປີ 2019

(ພາບ TTXVN)

ຕອນຄ່ຳວັນທີ 06 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ, ສູນຄົ້ນຄວ້າພັດທະນາເຄື່ອງໝາຍການຄ້າຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງເຄື່ອງໝາຍການຄ້າຫວຽດນາມ; ເຊີດຊູວິສາຫະກິດຫວຽດນາມ ທີ່ເປັນແບບຢ່າງດີເດັ່ນໃນການປະດິດຄິດສ້າງປີ 2019 ແລະ ຜະລິດຕະພັນ, ການບໍລິການທີ່ມີອິດທິພົນຊື່ສຽງໃນການເຊື່ອມໂຍງ.

        ບັນດາວິສາຫະກິດໄດ້ຮັບການເຊີດຊູທີ່ພິທີແມ່ນບັນດາວິສາຫະກິດມີຂໍ້ລິເລີ່ມ, ຄົ້ນຄິດປະດິດແຕ່ງນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຜະລິດ ດຳເນີນທຸລະກິດ, ສ້າງເປັນບັນດາຜະລິດຕະພັນທີ່ມີຄຸນຄ່າ, ຮັບປະກັນສິ່ງແວດລ້ອມ, ພັດທະນາເສດຖະກິດເຊື່ອມໂຍງ. ທ່ານ ຫວຽນເທ໊ເຫງັຍ, ກຳມະການຄະນະປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ເນັ້ນໜັກວ່າ, ເລື່ອງເຊີດຊູບັນດາວິສາຫະກິດຫວຽດນາມ ທີ່ເປັນແບບຢ່າງດີເດັ່ນໃນການປະດິດຄິດສ້າງ ແລະ ຜະລິດຕະພັນນັ້ນ ໄດ້ປະກອບສ່ວນຊຸກຍູ້ໃຫ້ບັນດາຫົວໜ່ວຍມານະພະຍາຍາມຄົ້ນຄວ້າ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນການຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ