ເລຂາທິການໃຫຍ່ Nguyen Phu Trong ເປັນປະທານກອງປະຊຸມກົມການເມືອງ
ທ່ານເລຂາທິການໃຫຍ່ Nguyen Phu Trong ເປັນປະທານກອງປະຊຸມ
(ພາບປະກອບ)
Vovworld- ຕອນເຊົ້າວັນທີ 5/7, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ ເພື່ອໃຫ້ຄຳເຫັນແກ່ການສະຫຼຸບບັນດາມະຕິຂອງ ກົມການເມືອງສູນກາງພັກຊຸດທີ່ 9 ກ່ຽວກັບການພັດທະນາເສດຖະກິດສັງຄົມ ແລະ ການຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ 4 ເຂດຄື: ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ເຂດທາງຕາເວັນອອກຂອງພາກໃຕ້ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້, ເຂດຕອນເໜືອຂອງພາກກາງ ແລະ ແຄມທະເລພາກກາງ, ເຂດພູດອຍທາງພາກເໜືອ. ບົດລາຍງານສະຫຼຸບໝາກຜົນແຫ່ງການປະຕິບັດ 4 ມະຕິຂອງ ກົມການເມືອງສູນກາງພັກຊຸດທີ່ 9 ຢູ່ບັນດາທ້ອງຖິ່ນໄດ້ຢືນຢັນວ່າ ການປະກາດໃຊ້ບັນດາມະຕິຂອງ ກົມການເມືອງສູນກາງພັກແມ່ນທັນການ ແລະ ສອດຄ່ອງກັບບັນດາແຜນນະໂຍບາຍ ໜ້າທີ່, ແມ່ນວິທີການແກ້ໄຂຢ່າງຖືກຕ້ອງເພື່ອເປັນພື້ນຖານໃຫ້ແກ່ລັດຖະບານຊີ້ນຳບັນດາທ້ອງຖິ່ນ, ກະຊວງ, ຂະແໜງການປະຕິບັດ, ປະກອບສ່ວນນຳມາເຊິ່ງບັນດາໝາກຜົນທີ່ສຳຄັນໃນການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງລະບົບການເມືອງຢູ່ບັນດາເຂດ. ລະດັບການເຕີບໂຕເສດຖະກິດຄິດສະເລຍຂອງບັນດາເຂດ ລ້ວນແຕ່ສູງກ່ວາລະດັບສະເລຍຂອງທັງປະເທດ ແລະ ລື່ນກາຍເມື່າອທຽບໃສ່ຕົວເລກຄາດໝາຍທີ່ບັນດາມະຕິໄດ້ວາງອອກ./.