ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014
ເວທີປາໄສຄົນພິການພາກພື້ນອາຊີ-ປາຊີຟິກ2014
(ພາບ: qdnd.vn)
(vovworld) – ຕອນເຊົ້າວັນທີ 27/11, ຢູ່ຮ່າໂນ້ຍ, ໄຂເວທີປາໄສຄົນພິການພາກພື້ນ ອາຊີ - ປາຊີຟິກ 2014, ດ້ວຍຫົວຂໍ້ “ຊຸກຍູ້ການເຄື່ອນໄຫວເພື່ອແນໃສ່ຫັນສິດຂອງຄົນພິການປະກົດຜົນເປັນຈິງ”. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຟ້າມທິຫານຈ່ວຽນ ຖືວ່າ: ຫວຽດນາມ ກໍ່ຄືບາງປະເທດອື່ນໆໃນພາກພື້ນ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການຫັນສິດຂອງຄົນພິການປະກົດຜົນເປັນຈິງ. ທ່ານນາງ ຟ້າມທິຫາຍຈ່ວຽນ ເນັ້ນໜັກວ່າ:
“ໃນຊຸມປີຈະມາເຖິງ, ຫວຽດນາມ ຈະສືບຕໍ່ປະຕິບັດຢ່າງຄົບຖ້ວນ, ມີຄວາມຮັບຜິດຊອບໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍຄົນພິການ, ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ຜັນຂະຫຍາຍປະຕິບັດຍຸດທະສາດ InCheon ແລະ ສົນທິສັນຍາສາກົນກ່ຽວກັບສິດຂອງຄົນພິການດ້ວຍຈຸດໝາຍຊ່ວຍຄົນພິການ ຫວຽດນາມ ມີຊີວິດດີກ່ວາ, ມີເງື່ອນໄຂສະດວກເພື່ອປະຕິບັດບັນດາສິດໂດຍກົດໝາຍກຳນົດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ທີ່ເວທີປາໄສຄັ້ງນີ້ພວກເຮົາຈະມີສຽງເວົ້າລວມເພື່ອຍົກອອກມາບັນດາຂໍ້ລິເລີ່ມ, ມາດຕະການທັນການ, ເໝາະສົມເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວໜູນຊ່ວຍຄົນພິການຂອງພາກພື້ນ ແລະ ທົ່ວໂລກຕາມທິດທາງຂອງສົນທິສັນຍາສາກົນກ່ຽວກັບສິດຂອງຄົນພິການ ແລະ ຍຸດທະສາດ InCheon ຢ່າງມີປະສິດທິຜົນທີ່ສຸດ.”