ເວທີປາໄສເສດຖະກິດດ່າລາດ,ເລີມດົ່ງຄວາມສາມາດບົ່ມຊ້ອນ ແລະກາລະໂອກາດ

ເວທີປາໄສເສດຖະກິດດ່າລາດ,ເລີມດົ່ງຄວາມສາມາດບົ່ມຊ້ອນ ແລະກາລະໂອກາດ - ảnh 1
ພາບປະກອບ

(vovworld) – ໃນຂອບເຂດສັບປະດາວັດທະນະທຳທ່ອງທ່ຽວດ່າລາດ 2013, ວັນທີ 29/12, ຄະນະກຳມະການປະຊາຊົນແຂວງ ເລີມດົ່ງ, ສູນສົ່ງເສີມການຄ້າ ແລະ ທ່ອງທ່ຽວແຂວງ ເລີມດົ່ງ ໄດ້ຈັດຕັ້ງ “ເວທີປາໄສເສດຖະກິດ ດ່າລາດ, ເລີມດົ່ງຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ”.

    ທີ່ເວທີປາໄສ, ບັນດາຜູ້ແທນ​ໄດ້​ປະກອບຫຼາຍຄຳເຫັນກ່ຽວກັນການພັດທະນາເຂດ ເສດຖະກິດລະຫວ່າງ ເລີມດົ່ງ ກັບ ໄຕງວຽນ ແລະ ບັນດາແຂວງທິດໃຕ້ພາກກາງ ແລະ ທິດຕາເວັນອອກພາກໃຕ້, ດຶງດູດການລົງທຶນ, ຮ່ວມສຳພັນພັດທະນາການ ທ່ອງທ່ຽວເຂດ ໄຕງວຽນ - ​ແຄມທະເລທິດໃຕ້ພາກກາງ ແລະ ນະຄອນ ໂຮ່ຈີມິນ, ການເຊື່ອມຕໍ່ພື້ນຖານເສດຖະກິດ ພຸມປັນຍາໃນເຂດເສດຖະກິດພັດທະນາ ທິດໃຕ້ພາກກາງ ຫວຽດນາມ ເພື່ອຂຸດຄົ້ນປະສິດທິຜົນຄວາມສາມາດບົ່ມຊ້ອນ ຂອງແຂວງໃນພາກພື້ນເວົ້າລວມ ແລະ ແຂວງ ເລີມດົ່ງເວົ້າສະເພາະ. ບັນດາຜູ້ແທນຖືວ່າ: ການຮ່ວມສຳພັນກ່ຽວກັບຕະຫຼາດ, ກ່ຽວກັບການໂຄສະນາ, ການທ່ອງທ່ຽວ, ວັດທະນະທຳ ແລະ ພັດທະນາພື້ນຖານກະສິກຳ ດ້ວຍເຕັກໂນໂລຢີສູງແມ່ນວິທີເພື່ອໃຫ້ ດ່າລາດ ສ້າງເຄື່ອງໝາຍການຄ້າ, ຂອງນະຄອນທ່ອງທ່ຽວດູດດືມຂອງປະເທດຊາດ.

 ເນື່ອງໃນໂອກາດນີ້, ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳເຂດໄທງວຽນ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເລີມດົ່ງ ຈັດຕັ້ງການ​ໂອ້​ລົມ​ສົນທະນາໂດຍກົງທາງວິທະຍຸດ້ວຍຫົວຂໍ້ວ່າ: “ທ່ອງທ່ຽວ ດ່າລາດ - ເລີມດົ່ງ, ຄວາມສາມາດບົ່ມຊ້ອນ ແລະ ການລະໂອກາດພັດທະນາ.”

ຂ່າວ/ບົດ​ອື່ນ