ທ່ານນາງ ຫງວຽນກີນແອງ, ທີ່ປຶກສາດ້ານການຄ້າ
ສະຖານທູດຫວຽດນາມ ປະຈຳຝລັ່ງ
(ພາບ: Vietnam+)
(vovworld) - ດ້ວຍບັນດາຕົວເລກດັດຊະນີເສດຖະກິດມາຫາພາກທີ່ໜ້າປະທັບໃຈທີ່ສຸດໃນຊຸມປີມໍ່ໆມານີ້, ພິເສດແມ່ນລະດັບເຕີບໂຕບັນລຸ 6,68% ໃນປີ 2015, ໄພເງິນເຟີ້ເປັນປົກກະຕິຢູ່ໃນລະດັບ 0,6%, ວົງເງິນສົ່ງອອກເພີ່ມຂຶ້ນ 8,1%, ຄວາມຂະຫຍັນຂັນເຄື່ອນຂອງເສດຖະກິດຫວຽດນາມ ພວມສ້າງກຳລັງດຶງດູດສຳລັບວິສາຫະກິດຝລັ່ງ. ນີ້ແມ່ນຂໍ້ສັງເກດຂອງທ່ານນາງ ຫງວຽນກີນແອງ, ທີ່ປຶກສາດ້ານການຄ້າສະຖານທູດຫວຽດນາມ ປະຈຳຝລັ່ງ, ກ່າຍທີ່ຈະດຳເນີນກອງປະຊຸມສຳມະນາ “ຫວຽດນາມ, ມັງກອນໂຕໜຶ່ງຢູ່ອາຊີໃໝ່” ເຊິ່ງຈະດຳເນີນໃນວັນທີ 25/03 ຢູ່ຝລັ່ງ. ຕາມທ່ານນາງ ຫງວຽນກີນແອງ ແລ້ວ, ຝລັ່ງ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນຫຼາຍຂົງເຂດທີ່ສຸດຄື: ຜະລິດຕະພັນການຢາ, ເຄື່ອງອຸປະກອນຄົມມະນາຄົມ, ເຄື່ອງສຳອາງ, ຜະລິດຕະພັນກະເສດ…ປີ 2015, ການສົ່ງອອກຂອງຝລັ່ງ ເຂົ້າຫວຽດນາມເພີ່ມຂຶ້ນ 72,5% ເມື່ອທຽບໃສ່ປີ 2014. ໃນຂະນະນັ້ນ, ການສົ່ງຂອງຫວຽດນາມ ໄປຍັງຝລັ່ງ ກໍເພີ່ມຂຶ້ນ 34,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014. ບັນດາບໍລິສັດຂອງຝລັ່ງ ໄດ້ເອົາໃຈໃສ່ເປັນພິເສດເຖິງຂົງເຂດອຸດສາຫະກຳ, ພື້ນຖາມໂຄງລ່າງ ແລະ ພະລັງງານ. ສ່ວນຝ່າຍຫວຽດນາມ, ບັນດາວິສາຫະກິດມີກາລະໂອກາດຫຼາຍຢ່າງເພື່ອສົ່ງອອກສິນຄ້າກະເສດໄປຍັງຝລັ່ງ, ພິເສດແມ່ນບັນດາຜະລິດຕະພັນຄື: ເຂົ້າສານ, ຊາ ແລະ ກາເຟ.