ເຫດວາງລະເບີດໃນງານບຸນຢູ່ປາກິດສຖານໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

ເຫດວາງລະເບີດໃນງານບຸນຢູ່ປາກິດສຖານໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ເຫດ​ວາງ​ລະ​ເບີດແນ​ໃສ່​ກຸ່ມ​ຄົນ​ເຊື່ອ​ຖື​ສາສະໜາອິດສະ​ລາມນິກາຍ Shi’ite
(ພາບ: AFP)


(vovworld) -     ຕອນ​ເຊົ້າ​ວັນ​ທີ 25/11, ຢ່າງ​ໜ້ອຍ​ສຸດກໍ​ມີ 5 ຄົນ​ເສຍ​ຊີວິດ ​ແລະ 83 ຄົນ​ຖືກ​ບາດ​ເຈັບ ​ໃນ​ເຫດ​ວາງ​ລະ​ເບີດແນ​ໃສ່​ກຸ່ມ​ຄົນ​ເຊື່ອ​ຖື​ສາສະໜາອິດສະ​ລາມນິກາຍ Shi’ite ທີ່​ພວມ​ເດີນ​ຂະ​ບວນເນື່ອງ​ໃນ​ໂອກາດ​ງານ​ບຸນ Murraham, ​ເດືອນ​ທຳ​ອິດ​ໃນ​ປີ ຕາມ​ປະຕິທິນ​ສາສະໜາອິດສະ​ລາມ ​ເລີ່​ມ​ແຕ່​ວັນ​ທີ 16/11, ຢູ່​ນະຄອນ Dera Ismail Khan, ​ແຂວງ Khyber Pakhtunkhwa, ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ປາ​ກິດສຖານ. ​ໂຄສົກ​ຂອງ​ກຳລັງ​ ຕາ​ລີ​ບານ ຢູ່​ອາບ​ກາ​ນິດ​ສຖານ, Ehsanullah Ehsan ຍ້ອມຮັບ​ວ່າ​ໄດ້​ດຳ​ເນີນ​​ເຫດວາງ​ລະ​ເບີດດັ່ງກ່າວ, ພ້ອມ​ທັງ​ນາບ​ຂູ່​ວ່າ ຈະ​ດຳ​ເນີນ​ການວາງ​ລະ​ເບີດ​ຫຼາຍ​ຄັ້ງ​ຕື່ມອີກ. ຜູ້​ນີ້​ກໍ​ເວົ້າ​ຄືນ​ຄຳ​ນາບ​ຂູ່​ແຕ່​ວັນ​ທີ 24/11 ວ່າ, ກຳລັງ ຕາ​ລີ​ບານ ​ໄດ້​ຈັດສົ່ງຜູ້ວາງ​ລະ​ເບີດ​ສະຫຼະ​ຊີບຫຼາຍ​ຄົນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ກະກຽມ​ໃຫ້​ແກ່​ບັນດາ​ກາ​ນບຸກ​ໂຈມ​ຕີ​ເຂົ້າ​​ປະຊາ​ຄົມ​ຊາວ​​ເຜົ່າສ່ວນ​ໜ້ອຍ. ນັ້ບ​ແຕ່​ຕົ້ນ​ງານ​ບຸນ Murraham, ມາ​ຮອດ​ປະຈຸ​ບັນຢ່າງ​ໜ້ອຍສຸດ​​ໄດ້​ເກີດ​​ເຫດ​ບຸກ​ໂຈມ​ຕີ 6 ຄັ້ງແນ​ໃສ່​ຊາວ Shi’ite ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງ​ເຮັດ​ໃຫ້ 43 ຄົນ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ