(VOVWORLD) -ເຂົ້າຮ່ວມເວທີປາໄສມີຜູ້ແທນມາຈາກແຂວງທາງພາກໃຕ້ຂອງ ລາວ, ທິດຕາເວັນອອກສ່ຽງເໜືອ ກຳປູເຈຍ; ບັນດານັກຊ່ຽວຊານ, ນັກວິທະຍາສາດ
ທີ່ເວທີປາໄສ
(ພາບ: TTXVN)
|
ຕອນບ່າຍວັນທີ 24 ເມສາ, ຄະນະກຳມະການປະຊາຊົນເມືອງ ຕູເມີຣົງ, ແຂວງ ກອນຕູມ ໄດ້ຈັດເວທີປາໄສ ໂສມ ງອັກລິງ, ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຕິດພັນກັບການທ່ອງທ່ຽວ. ເຂົ້າຮ່ວມເວທີປາໄສມີຜູ້ແທນມາຈາກແຂວງທາງພາກໃຕ້ຂອງ ລາວ, ທິດຕາເວັນອອກສ່ຽງເໜືອ ກຳປູເຈຍ; ບັນດານັກຊ່ຽວຊານ, ນັກວິທະຍາສາດ ພ້ອມກັບວິສາຫະກິດຫຼາຍແຫ່ງທີ່ດຳເນີນທຸລະກິດໃນຂົງເຂດການຢາ ແລະ ທ່ອງທ່ຽວ.
ທີ່ເວທີປາໄສ, ບັນດານັກຊ່ຽວຊານ, ນັກຄຸ້ມຄອງຊັ້ນນຳຂອງຂະແໜງໄດ້ປະກອບຄຳເຫັນຊ່ວຍໃຫ້ເມືອງ ຕູເມີຣົງ ແກ້ໄຂຂໍ້ຕິດຂັດໃນການດຶງດູດ, ລະດົມເງິນລົງທຶນ; ປົກປັກຮັກສາ, ພັດທະນາປ່າ; ສ້າງຜະລິດຕະພັນພິເສດສະເພາະທີ່ຕິດພັນກັບຕົ້ນໂສມ ງອັກລິນ.
ໃນຂອບເຂດຂອງເວທີປາໄສ, ໃນລະຫວ່າງວັນທີ 24 – 26 ເມສາ, ເມືອງ ຕູເມີຣົງ ໄດ້ໄຂງານຕະຫຼາດນັດໂສມ ງອັກລິງ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ.