ແງ່ຫວັງການຮ່ວມມືໃນການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ

ແງ່ຫວັງການຮ່ວມມືໃນການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ - ảnh 1
ນາຍົກລັດຖະມົນຕີ ລັດ​ເຊຍ Dmitri Medvedev
ພາບ: internet

(vovworld)- ກ່ອນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6 ​ແລະ 7/11, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitri Medvedev ​ໄດ້ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ຫວຽດນາມ ປະຈຳ​ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີ Dmitri Medvedev ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ຫວຽດນາມ​ຄັ້ງ​ນີ້​​ແມ່ນ​ເພື່ອ​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ການ​ພົວພັນ​ມິດຕະພາບ​ລະຫວ່າງ ລັດ​ເຊຍ ​ແລະ ຫວຽດນາມ​ໃນ​ຊຸມ​ປີ​ຜ່ານ​ມາ ກໍ​ຄື​ເພ່ີ່ມທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.  ທ່ານ​ນາຍົກລັດຖະມົນຕີ Dmitri Medvedev ​ໃຫ້​ຮູ້​ວ່າ: ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ບຸລິມະສິດ​ໃນ​ການ​ປຶກສາ​ຫາລື​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ນັ້ນ​ແມ່ນ ບັນຫາ​​ເສດຖະກິດ. ຕາມ​ທ່ານ Dmitri Medvedev ​ແລ້ວ, ປະຈຸ​ບັນ ​ການ​ຮ່ວ​ມມື​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊອ້ນຂອງ​ແຕ່ລະ​ປະ​ເທດ, ສະ​ນັ້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຫນ້າ​ທີ່​ຂອງ​ສອງ​ຝ່າຍ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ​ຂອງ​ສອງ​ປະ​ເທດ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ.  ຄຽງ​ຄູ່​ກັນ​ນັ້ນ ບັນດາ​ການ​ນຳ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ການ​ຮ່ວມ​ມື ລັດ​ເຊຍ ​- ຫວຽດນາມ, ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ຊຶ່ງ​ສອງ​ປະ​ເທດ​ຕ່າງ​ກໍ​ມີ​ຄວາມ​ສົນ​ໃຈ. ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລ່ືອງ, ຫວ່າງ​ມໍ່ໆ​ມາ​ນີ້ ການ​ນຳ​ຂັ້ນ​ສູງ ຫວຽດນາມ ​ແລະ ລັດ​ເຊຍ ​ເຫັນ​ດີ ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ, ນາຍົກລັດຖະມົນຕີ Dmitri Medvedev ​ໃຫ້​ຮູ້​ວ່າ

 ຂ້າ​ພະ​ເຈົ້າ​ຖື​ວ່າ ​ແງ່​ຫວັງ​ການ​ສົມທົບ​ດຳ​ເນີນ​ງານ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ​ແມ່ນ​ສັນຍານ​ດີ. ພວ​ກ​ເຮົາ​ຄວນ​ເປີດ​ກວ້າງ​ທິດ​ຮ່ວມ​ມື, ຕົວຢ່າງ​ຫັນ​ໄປ​ສູ່​ການ​ພົວພັນຮ່ວມ​ມືດ້ານ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຮູບ​ການ​ຮ່ວມ​ມື​ໃຫມ່ ສະຫນອງ​ພະ​ລັງງານ ​ເຊື້ອ​ໄຟ. ຂ້າພະ​ເຈົ້າ​ຖື​ວ່າ ທັງ​ລັດ​ເຊຍ ​ແລະ ຫວຽດນາມ ລ້ວນ​ແຕ່​ສົນ​ໃຈເຖິງ​ການ​ສະຫນອງ​ເຕັກນິກ​ສູງ​ໃນ​ຂົງ​ເຂດ​ພະລັງງານ​ເພາະ​ວ່າ ​ໂລກ​ພວມ​ປ່ຽນ​ແປງ ​ແລະ ​ເຕັກ​ໂນ​ໂລ​ຊີ​ນັບ​ມື້​ນັບ​ກ້າວຫນ້າ. ຖ້າ​ຫາກ​ພວກ​ເຮົາ​ສຸ​ມ​ໃສ່​​ທິດ​ຮ່ວມ​ມື​ນີ້​ຈະ​ນຳ​ມາ​ເຊິ່ງໝາກຜົນ​ສູງ​ກວ່າ.

Diep Anh– ນັກຂ່າວ VOV ປະຈຳລັດເຊຍ

 


ຂ່າວ/ບົດ​ອື່ນ