ໂຄສະນາວັດທະນະທຳ ຫວຽດນາມ ຜ່ານຊຸດເສື້ອຍາວຢູ່ ສະຫະພັນລັດເຊຍ

(VOVWORLD) - ນີ້ແມ່ນຄັ້ງທຳອິດ ຊຸດເສື້ອຍາວ ຫວຽດນາມ ໄດ້ຮັບການແນະນຳຢູ່ປະເທດລັດເຊຍ ພາຍໃຕ້ການຈັດຕັ້ງຂອງນັກອອກແບບຜູ້ປິຊາສາມາດ.
ໂຄສະນາວັດທະນະທຳ ຫວຽດນາມ ຜ່ານຊຸດເສື້ອຍາວຢູ່ ສະຫະພັນລັດເຊຍ - ảnh 1ບັນດາຊຸດເສື້ອຍາວໄດ້ແນະນຳໃນຄັ້ງນີ້

ຕອນຄ່ຳວັນທີ 16 ພະຈິກ, ຢູ່ມະຫາວິທະຍາໄລພາສາສາດສັງລວມແຫ່ງຊາດ ມົດສະກູ, ນັກອອກແບບຍິງ ມີງແຫ້ງ ເປັນຜູ້ບັນລະຍາຍ ກ່ຽວກັບ “ວັດທະນະທຳ ຫວຽດນາມ - ຄຸນຄ່າມູນເຊື້ອຂອງຊຸດເສື້ອຍາວ ແລະ ຜົນສະທ້ອນເຖິງຊີວິດທັນສະໄໝ”. ນີ້ແມ່ນຄັ້ງທຳອິດ ຊຸດເສື້ອຍາວ ຫວຽດນາມ ໄດ້ຮັບການແນະນຳຢູ່ປະເທດລັດເຊຍ ພາຍໃຕ້ການຈັດຕັ້ງຂອງນັກອອກແບບຜູ້ປິຊາສາມາດ.

        ນະທີ່ນີ້, ນັກອອກແບບ ມີງແຫ້ງ ໄດ້ແນະນຳປະຫວັດຄວາມເປັນມາຂອງຊຸດເສື້ອຍາວ ຫວຽດນາມ ແຕ່ຕົ້ນສະຕະວັດທີ 19, ບັນດາການດັດປັບ, ການປ່ຽນແປງຜ່ານໄລຍະ:

        “ຂ້າພະເຈົ້າຄິດວ່າ, ຄວນໂຄສະນາຊຸດເສື້ອຍາວຂອງ ຫວຽດນາມ ແຜ່ລາມອອກສູ່ໄປຢ່າງກ້ວາງຂວາງກ່ວາ. ທຸກຄົນຈະເຫັນໄດ້ຄວາມງາມຂອງ ຫວຽດນາມ ຜ່ານຊຸດເສື້ອຍາວປະຈຳຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ