(vovworld) –ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສຮ່ວມມື ອາຊີ ຕາເວັນອອກ - ອາເມລິກາ ລາຕິງ ຄັ້ງທີ 6 (FMM FEALAC 6) ຖືກໄຂຂຶ້ນໃນວັນທີ 13/6 ຢູ່ເກາະ ບາລີ ປະເທດ ອິນໂດເນເຊຍ. ກອງປະຊຸມໄດ້ດຳເນີນໃນເວລາ 2 ວັນ, ດ້ວຍການເຂົ້າຮ່ວມຂອງຮອງນາຍົກລັດຖະມົນຕີ 2 ທ່ານ, ລັດຖະມົນຕີ 15 ທ່ານ ແລະ ຮອງລັດຖະມົນຕີ 12 ທ່ານ ພ້ອມກັບເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກ FEALAC ແລະ ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ໂຮ່ກິມງອກ ນຳໜ້າ. FMM FEALAC 6 ສຸມໃສ່ປຶກສາຫາລືບັນດາບັນຫາ ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ພາກພື້ນໃນບັນດາຂົງເຂດການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ຄົ້ນຄ້ວາຊີວະນາໆພັນ...