ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມທ່ານໝໍໜຸ່ມຫວຽດນາມ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມທ່ານໝໍໜຸ່ມຫວຽດນາມ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມ
(ພາບ: doanthanhnien.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 04/01, ຢູ່​ທີ່​ຮ່າ​ໂນ້ຍ, ​ໄດ້​ໄຂກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມ ຄັ້ງ​ທີ 2 (ອາຍຸ​ການ 2012 - 2015), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 300 ທ່ານ ທີ່​ຕາງ​ໜ້າ​ໃຫ້​ທ່ານ​ໝໍ​ໜຸ່ມ​ຫຼາຍ​ໝື່ນ​ຄົນ​ທີ່ພວມ​ປະຕິບັດ​ງານ​ຢູ່​ໂຮງໝໍ​, ສຸນ​ການ​ແພດຕ່າງໆ​ໃນ​ທົ່ວທຸກ​ແຫ່ງ​ຂອງ​ປະ​ເທດ​ຊາດ. ດ້ວຍ​ຫົວ​ຂໍ້​ວ່າ “ທ່ານໝໍ​ຫວຽດນາມ ຫຼໍ່​ຫຼອມ​ຄຸນສົມບັດ, ຄວາມ​ເກັ່ງ​ກ້າ​ສາມາດ, ​ເພື່ອ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ”, ກອງ​ປະຊຸມ​ໃຫຍ່​ແມ່ນ​ເຫດ​ການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ໄວ​ໜຸ່ມ​ຂະ​ແໜງ​ສາທາລະນະ​ສຸກ, ​ເປັນ​ຂີດ​ໝາຍ​ພັດທະນາ​ໃໝ່​ຂອງ​​ສະມາຄົມ, ​ແມ່ນ​ວັນ​ບຸນສາມັກຄີ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ທ່ານໝໍ​ໜຸ່ມ​ຫວຽດນາມ. ກອງ​ປະຊຸມ​​ໄດ້​ສຳ​ຫຼວດກວດກາ ຕີ​ລາຄາ​ຄືນໝາກຜົນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຂອງສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມຄັ້ງ​ທີ 1, ອາຍຸ​ການ 2009 – 2012, ວາງ​ອອກ​​ເປົ້າ​ໝາຍ, ທິດ​ທາງ, ໜ້າ​ທີ່​ປະຕິບັດ​ງານ​ຂອງ​ສະມາຄົມ​ອາຍຸ​ການ 2012 – 2015 ​ແລະ ຂະ​ບວນການທ່ານໝໍໜຸ່ມ​ຫວຽດນາມ ປະຈັນບານ, ອາສາ​ສະໝັກ​ໃນ​ພາລະກິດ​ຮັກສາ, ປິ່ນປົວ ​ແລະ ​ເຮັດ​ໃຫ້​ສຸຂະພາບ​ຂອງ​ປະຊາຊົນ​ແຂງ​ແຮງ​ຂຶ້ນກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ