ໄຂກອງປະຊຸມໃຫຍ່ອົງຄະນະພັກນະຄອນ ເກີນເທີ ແລະ ແຂວງບັກນິງ


    ໄຂກອງປະຊຸມໃຫຍ່ອົງຄະນະພັກນະຄອນ ເກີນເທີ ແລະ ແຂວງບັກນິງ - ảnh 1
ໄຂກອງ​ປະ​ຊຸມ​ໃຫຍ່ອົງ​ຄະ​ນະ​ພັກນະ​ຄອນ ເກີນ​ເທີ
(ພາບ: baocantho)

(vovworld)- ດ້ວຍ​ຫົວ​ຂໍ້ “ສາ​ມັກ​ຄີ- ປະ​ດິດ​ຄິດ​ສ້າງ-ກົດ​ລະ​ບຽບ​ຂໍ້​ບັງ​ຄັບ- ການ​ພັດ​ທະ​ນາ” , ກອງ​ປະ​ຊຸມ​ໃຫຍ່ອົງ​ຄະ​ນະ​ພັກນະ​ຄອນ ເກີນ​ເທີ ຄັ້ງ​ທີ 13 ອາ​ຍຸ​ການ 2015-2020 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/9. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ໄດ້​ຕີ​ລາ​ຄາ​ສູງ​ຜົນ​ງານ​ເສດ​ຖະ​ກິດ​ສັງ​ຄົມ​ຂອງນະ​ຄອນ ເກີນ​ເທີ ທີ່​ບັນ​ລຸ​ໄດ້ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ເຂດ ແລະ ປະ​ເທດ​ຊາ​ດ. ທ່ານ​ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ກ່າວ​ວ່າ : 

     “ນະ​ຄອນ ເກີນ​ເທີຕ້ອງ​ສູ້​ຊົນ​ກາຍ​ເປັນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນພາ​ລະ​ກິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ເພື່ອ​ກາຍ​ເປັນ​ນະ​ຄອນ​ອຸດ​ສາ​ຫະ​ກຳ​ກ່ອນ​ປີ 2020, ເປັນ​ນະ​ຄອນ​ສວມ​ບົດ​ບາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທ​ົ່ວ​ເຂດ. ເພື່ອ​ບັນ​ລຸ​ເປົ້າ​ໝາຍນັ້ນ, ນະ​ຄອນ ເກີນ​ເທີຄວນ​ມີ​ກົນ​ໄກ​ດຶງ​ດູດ​ການ​ລົງ​ທຶນ, ດຶງ​ດູດແຫຼ່ງ​ກຳ​ລັງ ແລະ ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ. ພ້ອມ​ກັນ​ນັ້ນ, ກໍເອົາ​ໃຈ​ໃສ່​ພັດ​ທະ​ນາ​ລະ​ບົບ​ການ​ບໍ​ລິ​ການ​ໂຄງ​ລ່າງ​ເສດ​ຖະ​ກິດ ”

    ແລະ ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂກອງ​ປະ​ຊຸມ​ໃຫຍ່ອົງ​ຄະ​ນະ​ພັກແຂວງໆ​ບັກ​ນິງ​ຄັ້ງ​ທີ 19 ອາ​ຍຸ​ການ 2015-2020, ທ່ານ ໂຕ​ຮີ​ເຣື້ອ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ສະ​ເໜີ້​ແຂວງ​ບັກ​ນິງ ຄວນ​ປະ​ຕິ​ບັດ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ-ສັງ​ຄົມ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ພ້ອມ​ກັນ​ນັ້ນ ກໍ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ສັງ​ຄົມ, ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ປົວ​ແປງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຢ່າງບໍ່​ຢຸດຢັ້ງ.
ຂ່າວ/ບົດ​ອື່ນ