ສາດສະດາ Stephan ຂອງເຢຍລະມັນ
|
(vovworl)- ຕອນຄ່ຳ ວັນທີ 4/9 ທີ່ສະຖາບັນດົນຕີແຫ່ງຊາດຫວຽດນາມ ຢູ່ຮ່າໂນ້ຍ, ການແຂ່ງຂັນ piano ສາກົນ ຄັ້ງທີ 3 ຖືກໄຂຂຶ້ນ ໂດຍສະຖາບັນດົນຕີແຫ່ງຊາດຫວຽດນາມ, ສະຫະສະມາຄົມ Chopin ຫວຽດນາມ ສົມທົບກັນຈັດຕັ້ງ ເພື່ອສືບຕໍ່ສ້າງກາລະໂອກາດເພື່ອໃຫ້ຜູ້ມີຄວາມເກັ່ງກ້າສາມາດ piano ຫວຽດນາມ ມີໂອກາດໄດ້ພົບປະແລກປ່ຽນກັບຜູ້ຫລິ້ນ piano ສາກົນ. ການແຂ່ງຂັນ piano ຄັ້ງນີ້ ໂດຍ ສາດສະດາຈານ, ນັກສິລະປິນປະຊາຊົນ ດັ້ງທາຍເຊີນ ເປັນປະທານກິຕິມະສັກ, ໂດຍດຶງດູດການເຂົ້າຮ່ວມຂອງນັກແຂ່ງຂັນ piano 55 ຄົນທີ່ມາກຈາກ 9 ປະເທດ ແລະ ເຂດແຄ້ວນ ຄື: ຫວຽດນາມ, ຈີນ, ໄຕ້ຫວັນ, ສິງກະໂປ, ໄທ, ອິນໂດເນເຊຍ, ຢູແກຼນ, ຍີ່ປຸ່ນ ແລະ ສ ເກົາຫລີ.