(vovworld) - ຕອນບ່າຍວັນທີ 9/4, ທີ່ການປະຊຸມຂ່າວເຊິ່ງຈັດຕັ້ງຢູ່ຮ່າໂນ້ຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ປະກາດວ່າໃນໄຕມາດທີ 1 ຜ່ານມາ, ທົ່ວຂະແໜງສືບຕໍ່ບັນລຸລະດັບເຕີບໂຕດີພໍສົມຄວນ. ມູນຄ່າການຜະລິດຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເພີ່ມຂຶ້ນ 3,7%, ລະດັບເຕີບໂຕ GDP ຄາດວ່າເພີ່ມຂຶ້ນກ່ວາ 2,8%, ສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ. ເປັນໜ້າສົນໃຈແມ່ນ, ເຖິງວ່າພວມປະສົບກັບຄວາມຫຍູ້ງຍາກຫຼາຍຢ່າງກໍຕາມ ແຕ່ວ່າວົງເງິນສົ່ງອອກຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳໃນ 3 ເດືອນຕົ້ນປີຄາດວ່າບັນລຸ 6 ຕື້ USD, ເທົ່າກັບໄລຍະດຽວກັນຂອງປີກ່າຍ, ບັນດາປັດໄຈທີ່ເຮັດໃຫ້ວົງເງິນສົ່ງອອກຫຼຸດລົງນັ້ນແມ່ນລາຄາ ແລະ ຈຳນວນປະເພດສິນຄ້າຮັບໃຊ້ການສົ່ງອອກຫຼຸດລົງ.
ບົນພື້ນຖານໝາກຜົນທີ່ບັນລຸໄດ້ໃນໄຕມາດ 1, ຂະແໜງກະສິກຳ ແລະ ພັດທະນາຊົນນະບົດວາງຈຸດສຸມແມ່ນ, ໃນເດືອນ 4 ສືບຕໍ່ຊຸກຍູ້ການຜະລິດ ແລະ ປະຕິບັດໜ້າທີຕ່າງໆຄື: ແກ້ໄຂຄວາມຫຍູ້ງຍາກກ່ຽວກັບຕະຫຼາດ, ແຫຼ່ງເງິນລົງທຶນໃຫ້ແກ່ການຜະລິດຂອງວິສາຫະກິດ, ສືບຕໍ່ມານະພະຍາຍາມຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດສຳລັບສັດລ້ຽງ, ສັດປິກ, ປ້ອງກັນ, ຕ້ານໄພທຳມະຊາດ ເພື່ອແນໃສ່ຫຼຸດຜ່ອນບັນດາຜົນຮ້າຍໃນການຜະລິດ...