ໄອຍະການປະຊາຊົນສູງສຸດຫວຽດນາມ-ລາວເພີ່ມທະວີການຮ່ວມມື

 ໄອຍະການປະຊາຊົນສູງສຸດຫວຽດນາມ-ລາວເພີ່ມທະວີການຮ່ວມມື - ảnh 1

(vovworld)- ​ວັນ​ທີ 3/3 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ໄດ້​ດຳ​ເນີ​ນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ລາວ. ສອງ​ຝ່າຍ ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ທີ່​ມີ​ຕໍ່​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ລາວ ໃນ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ ອາ​ຊຽນ - ຈີນ ຄັ້ງ​ທີ 10 ຢູ່ ລາວ. ໃນ​ໂອ​ກາດນີ້,  ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ກໍ​ແນະ​ນຳ​ບັນ​ດາ​ຈຸດ​ໃຫມ່​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຫວຽດ​ນາມ ປີ 2014. ໃນ​ວັນ​ດຽວ​ກັນ, ສອງ​ຄະ​ນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຳ​ມະ​ນາ “ຜົນ​ສຳ​ເລັດ ແລະ ບົດ​ຮຽນ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຫົວ​ຫນ້າ​ໄອ​ຍະ​ການບັນ​ດາ​ປະ​ເທດ ອາ​ຊຽນ - ຈີນ ຄັ້ງ​ທີ 6 ຢູ່ ຮ່າ​ໂນ້ຍ ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ. ນະ​ທີ່ນີ້ ຝ່າຍ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ງານ​ລາວ ກ່ຽວ​ກັບ​ບົດ​ຮຽນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 6 ຢູ່ ຫວຽດ​ນາມ. ​​

 

ຂ່າວ/ບົດ​ອື່ນ