18ບົດຂຽນຮັບການວັນໃນການເສັງຂຽນ“ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”ຂອງໜັງສຶພິມເຍີນເຢີນ

18ບົດຂຽນຮັບການວັນໃນການເສັງຂຽນ“ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ”ຂອງໜັງສຶພິມເຍີນເຢີນ - ảnh 1
ການ​ປະ​ຊຸມ​ຂ່າວ​ຂອງ​ຄະ​ນະ​ຈັດ​ຕັ້ງ​ການ​ເສັງ
(ພ​າບ: vietbao.vn)

(vovworld) – ການ​ເສັງ​ຂຽນ​ດ້ວຍຫົວ​ຂໍ້ “ຮ່ຳ​ຮຽນ ແລະ ປ​ະ​ຕິ​ບັດຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈີ​ມິນ” ຄັ້ງ​ທີ 4 (2014 – 2015), ໂດຍ​ໜັງ​ສື​ພິມ ເຍີນ​ເຢີນ ສົມ​ທົບ​ກັບ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກຼດ​ແຫ່ງ​ຊາດ ຫວຽດ​ນາມ ຈັດ​ຕັ້ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອ່ານ​ໃນ​ທົ່ວ​ປະ​ເທດ​ເປັນ​ຈຳ​ນວນຫຼວງຫຼາຍ. ຄະ​ນະ​ຈັດ​ຕັ້ງ​ໄດ້​ເລືອກ​ເຟັ້ນ 18 ບົດ​ຂຽນ​ດີ​ເດັ່ນ​ເພື່ອມອບ​ລາງວັນ, ໃນ​ນັ້ນ​ມີລາງວັນທີ​ໜຶ່ງ 1 ລາງວັນ​, ລາງວັນ​ທີສອງ 3 ລາງວັນ, ລາງວັນ​ທີ​ສາມ 4 ລາງວັນ. ພິ​ທີ​ມອບ​ລາງວັນ ແລະ ກາ​ນ​ພົບ​ປະ​ແລກ​ປ່ຽນ​ກັບ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ຈະ​ຈັດ​ຕັ້ງ​ໃນ​ຕອ​ນ​ຄ່ຳ​ວັນ​ທີ 15/5 ຢູ່​ຮ່​າ​ໂນ​້ຍ. ທີ່​ການ​ປະ​ຊຸມ​ຂ່າວຢ​ູ່​ຮ່າ​ໂນ້ຍ ໃນ​ຕອນ​ບ່າຍ​ວັນ​ທີ 13/5, ຄະ​ນະ​ຈັດ​ຕັ້ງ​ການ​ເສັງ​ໃຫ້​ຮູ້​ວ່າ: ເຂົ້າ​ຮ່ວມການ​ເສັງ​ຄັ້ງ​ນີ້​ມີ​ເກືອບ 800 ບົດ​ຂຽນ​ ແລະ ກ່​ວາ 150 ບົ​ດ​ໄດ້​ຮັບ​ການ​ເລື​ອກ​ເຟັ້ນ​ເພື່ອ​ພິມ​ໃນ​ສື່​ສິ່ງ​ພິມ​ຕ່າງໆ​ຂອງໜັງ​ສື​ພິມ ເຍີນ​ເຢີນ. ບັນ​ດາ​ບົດ​ເສັງ​ມີ​ຄຸນ​ນະ​ພາບ​ດີ, ​ໃກ້​ຊິດ​ກັບ​ຫົວ​ຂໍ້​ຂອງ​ປີ 2014 ແມ່ນ “ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ, ຍົກ​ສູງ​​ນ້ຳ​ໃຈ​​ຮັບ​ຜິດ​ຊອບ, ຕ້ານ​ລັດ​ທິ​ສ່ວນ​ຕົວ, ເວົ້າ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ”.


ຂ່າວ/ບົດ​ອື່ນ