Al Qaeda ກ່າວຄຳຮັບຜິດຊອບ ຕໍ່ບັນດາເຫດການວາງລະເບີດຢູ່ອີຣັກ

Al Qaeda ກ່າວຄຳຮັບຜິດຊອບ ຕໍ່ບັນດາເຫດການວາງລະເບີດຢູ່ອີຣັກ - ảnh 1

(ພາບ:laodong.com.vn)

(vovworld)- ​ວັນ​ທີ 10/9, ອົງການ​ແນວ​ໂຮມ Al Qaeda  ດ້ວຍ​ຊື່​ເອື້​ນວ່າ ລັດ​ອິດສະ​ລາມ​ອີຣັກ ​ໄດ້​ປະກາດ​ໃນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ ກ່າວ​ຮັບຜິດຊອບ​ຕໍ່​ການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ​ກ່ວາ 30 ຄັ້ງ​ເຮັດ​ໃຫ້​ເກືອບ 90 ຄົນ​ເສຍ​ຊີວິດ​ຢູ່​ອີຣັກ ຫວ່າງ​ແລ້ວ​ນີ້. ຄຳ​ປະກາດ​ຂອງ​ອົງການ​ນີ້​ໄດ້​ເວົ້າວ່າ: ບັນດາ​ການ​ບຸກ​ໂຈມຕີ​ແມ່ນ​ນອນ​ໃນ “ບັ້ນຮົບ​ດັບ​ສູນ ​ແລະ ທໍລະມານ​ບັນດາ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊັນ​ນີຢູ່​ຄຸກ Xsafavid“.

   ກ່ອນ​ໜ້ານັ້ນ, ​ໃນ​ບັນດາ​ການວາງ​ລະ​ເບີດ ​ແລະ ຍິງ​ປືນ​ໃນ 2 ວັນ​ທ້າຍ​ອາທິດ​ຜ່ານ​ມາ ​ໄດ້​ເຮັດ​ໃຫ້ 88 ຄົນ​ເສຍ​ຊີວິດ ​ແລະ ອີກ​ກ່ວາ 400 ຄົນ​ຖືກ​ບາດ​ເຈັບ ​ແລະ ​ເປົ້າໝາຍ​ຕົ້ນຕໍ​ແມ່ນ​ບັນດາ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພະນັກງານ​ແພດ​ໝໍ.

ຂ່າວ/ບົດ​ອື່ນ