IAEA ຮຽກຮ້ອງ ສ.ປ.ປ ເກົາຫຼີ ຈົ່ງໃຫ້ ການຮ່ວມມື ໂດຍໄວ

IAEA ຮຽກຮ້ອງ ສ.ປ.ປ ເກົາຫຼີ ຈົ່ງໃຫ້ ການຮ່ວມມື ໂດຍໄວ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ່ 56 ຂອງ IAEA
(ພາບ: IAEA)


Vovworld- ວັນ​ທີ 21/9, ບັນດາ​ສະມາຊິກ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ(IAEA) ​ໄດ້​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ໃຫ້ ສ.ປ.ປ ​ເກົາຫຼີ ຈົ່ງ​ໃຫ້ການ​ຮ່ວມ​ມື​ ​ກັບ​ອົງການ​ນີ້ ໂດຍ​ໄວ. ມະຕິ​ດັ່ງກ່າວ​ໄດ້​ຊີ້​ແຈ້ງວ່າ ກອງ​ປະຊຸມ​ສະມັດຊາ​ໃຫຍ່ ອົງການ​ພະລັງງານ​ປະລະມານູ​ສາກົນ(IAEA) ຄັ້ງ​ທີ່ 56 ທີ່​ດຳ​ເນີນ​ຢູ່ ວຽນ ປະ​ເທດ​ອົດ​ຕະລິດ ​ແຕ່​ວັນ​ທີ 17 – 21/9 ​ໄດ້​ເນັ້ນ​ໜັກ​ເຖິງຄວາມ​ຕັດສິນ​ໃຈ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ທາງ​ການ​ທູດ​ໃຫ້​ແກ່​ບັນຫາ​ນິວ​ເຄຼຍຂອງ ສ.ປ.ປ ​ເກົາຫຼີ​ເພື່ອ​ບັນລຸ​ຈຸດໝາຍ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍຕາມ​ສົນທິສັນຍາ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິ​ວເຄຼຍ NPT ທີ່​ມີ​ຜົນ​ສັກສິດ​ແຕ່​ປີ 1970.

ກ່ອນ​ໜ້າ​ນັ້ນ, ​ໃນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ, ອົງການ​ພະລັງງານ​ປະລະມານູ​ສາກົນ(IAEA)ຖື​ວ່າ ການ​ສ້າງ​ເຕົານິວ​ເຄຼຍນ້ຳ​ເບົາ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເສີມ​ທາດນິວ​ເຄຼຍຂອງສ.ປ.ປ ​ເກົາຫຼີ ​ໄດ້​ກໍ່​ຄວາມ​ວິຕົກ​ກັງ​ວັນ​ຢ່າງ​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ