ຕາ​ເວັນ​ອອກ​ກາງ ພວມ​​ຫຍັບ​ເຂົ້າ​ໃກ້​ຄວາມ​ສ່ຽງເກີດ​ສົງ​ຄາມ​ຮອບ​ດ້ານ

(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມວິຕົກກັງວົນທາງການທູດຈາກຫຼາຍຝ່າຍ, ການສູ້ຢັນກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮໂບລາ ຢູ່ລີບັງ ໄດ້ເພີ່ມຄວາມເຄັ່ງຕຶງໄດ້ກາຍເປັນການປະທະກັນໃໝ່ ເມື່ອກອງທັບ ອິດສະຣາແອັນ ເປີດບັ້ນບຸກໂຈມຕີເຂົ້າພາກໃຕ້ ລີບັງ, ຍູ້ທົ່ວເຂດຫຍັບມໍ່ເຂົ້າຄວາມສ່ຽງເກີດສົງຄາມຢ່າງຮອບດ້ານ. ການປະທະກັນນີ້ ປະກົດຢ່າງຈະແຈ້ງກວ່າ ເມື່ອຕອນຄ່ຳວັນທີ 01 ຕຸລາ, ອີຣານ ໄດ້ນຳໃຊ້ລູກສອນໄຟທີ່ມີຄວາມໄວເໜືອສຽງທີ່ທັນສະໄໝທີ່ສຸດ ເລັ່ງໃສ່ ອິດສະຣາແອັນ.

ວັນທີ 01 ຕຸລາ, ກອງທັບ ອິດສະຣາແອັນ (IDF) ໄດ້ແຈ້ງເປີດບັ້ນຮົບບຸກໂຈມຕີທາງບົກທີ່ມີຂອບເຂດຢູ່ພາກໃຕ້ ລີບັງ ຢ່າງເປັນທາງການ ເພື່ອແນໃສ່ມ້າງທຳລາຍບັນດາພື້ນຖານໂຄງລ່າງການທະຫານຂອງກຳລັງ ເຮໂບລາ, ສ້າງຂີດໝາຍສອງຝ່າຍຍູ້ສະພາວະສູ້ຢັນກັນມາແຕ່ໃດ ກາຍເປັນການປະທະກັນໃໝ່ຢ່າງເປັນທາງການ ດ້ວຍໄພນາບຂູ່ຮ້າຍແຮງຫຼາຍຢ່າງ.

ສະໜາມການປະທະກັນໃໝ່

ບັ້ນບຸກໂຈມຕີທາງບົກຂອງກອງທັບ ອິດສະຣາແອັນ ເຂົ້າພາກໃຕ້ ລີບັງ ໄດ້ດຳເນີນພາຍຫຼັງກອງທັບອາກາດ ອິດສະຣາແອັນ ປະຕິບັດບັ້ນບຸກໂຈມຕີທາງອາກາດຢ່າງດຸເດືອດໃນຫຼາຍມື້ເລັ່ງໃສ່ຫຼາຍສະຖານທີ່ຢູ່ ລີບັງ, ລວມທັງຢູ່ເຂດນະຄອນຫຼວງ Beirut, ມ້າງທຳລາຍຫຼາຍພື້ນຖານໂຄງລ່າງ ແລະ ເຄື່ອງອຸປະກອນການທະຫານຂອງກຳລັງ ເຮໂບລາ, ພ້ອມທັງເຂັ່ນຂ້າການນຳຂັ້ນສູງຫຼາຍທ່ານຂອງກຳລັງດັ່ງກ່າວ, ໃນນັ້ນ ມີທັງຫົວໜ້າກຳລັງ ເຮໂບລາ ຄື ທ່ານ Hassan Nasrallah ໃນວັນທີ 27 ກັນຍາ. ໃນຖະແຫຼງການເປີດບັ້ນບຸກໂຈມຕີທາງບົກ, ກຳລັງ ອິດສະຣາແອັນ ໃຫ້ຮູ້ວ່າ ຕ້ອງລົບລ້າງບັນດາໄພນາບຂູ່ຢູ່ໃກ້ເຂດຊາຍແດນ ອິດສະຣາແອັນ - ລີບັງ ແລະ ກອງທັບ ອິດສະຣາແອັນ ຈະເຮັດທຸກວິທີທາງເພື່ອຫຼີກລ້ຽງບໍ່ໃຫ້ການບຸກໂຈມຕີແບບດຽວກັນກັບຂະບວນການ ຮາມາດສ ທີ່ດຳເນີນໃນວັນທີ 07 ຕຸລາ ປີ 2023 ເກີດຂຶ້ນອີກ.

ຕາ​ເວັນ​ອອກ​ກາງ ພວມ​​ຫຍັບ​ເຂົ້າ​ໃກ້​ຄວາມ​ສ່ຽງເກີດ​ສົງ​ຄາມ​ຮອບ​ດ້ານ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລີບັງ Abdallah Bouhabib (ພາບ: Getty Images/TTXVN)

ຕາມວົງການນັກສັງເກດການແລ້ວ, ເຖິງວ່າກອງທັບ ອິດສະຣາແອັນ ເນັ້ນໜັກວ່າ ບັ້ນບຸກໂຈມຕີທາງບົກຢູ່ຊາຍແດນ ອິດສະຣາແອັນ - ລີບັງ ມີຂອບເຂດ ແລະ ເລັ່ງໃສ່ເປົ້າໝາຍຈຳນວນໃດໜຶ່ງເທົ່ານັ້ນ ແຕ່ເມື່ອການປະທະກັນໄດ້ເພີ່ມຄວາມເຕັ່ງຕຶງຂຶ້ນຢ່າງວ່ອງໄວກາຍເປັນການຕໍ່ສູ້ຄືໃນປັດຈຸບັນ, ສະພາບການອາດຈະເກີນກວ່າຄວາມສາມາດຄວບຄຸມ. ຕາມທ່ານ Paul Moorcraft, ຜູ້ອຳນວຍການສູນວິໄຈນະໂຍບາຍການຕ່າງປະເທດ ຢູ່ ລອນດອນ ແລ້ວ, ຖ້າຫາກວ່າ ອີຣານ, ສຳພັນທະມິດສຳຄັນທີ່ສຸດຂອງກຳລັງ ເຮໂບລາ ຕົກລົງໃຫ້ການຊ່ວຍເຫຼືອນັ້ນ, ເຮໂບລາ ຈະເຂັ້ມແຂງກວ່າ, ສະພາບການຈະຮ້າຍແຮງກວ່າຫຼາຍ ແລະ ຈະບໍ່ຈຳກັດຢູ່ພາກໃຕ້ ລີບັງ.

“ສິ່ງດັ່ງກ່າວອາດຈະກະຕຸ້ນເກີດການປະທະກັນຄັ້ງໃຫຍ່ຢູ່ ຕາເວັນອອກກາງ. ໝາຍຄວາມວ່າ ອາດຈະເຮັດໃຫ້ລະເບີດຂະບວນການ Intifada  ຄັ້ງທີ 3 ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຫຼື ອາດຈະຊຸກຍູ້ໃຫ້ເກີດຫຼາຍບັ້ນຮົບຂຶ້ນຢູ່ສະຖານທີ່ອື່ນໆ, ເຊັ່ນ ການປະທະກັນລະຫວ່າງ ອາຣັບບີ ຊະອຸດິ ແລະ ກຳລັງ ຮູທີ ຢູ່ເຢແມນ, ຫຼື  ຊີຣີ ອາດຈະສົ່ງກຳລັງທະຫານກັບຄືນພູພຽງ Golan. ນັ້ນອາດຈະແມ່ນສົງຄາມຂະໜາດໃຫຍ່”.

       ຄວາມສ່ຽງເກີດວິກິດການຮອບດ້ານຢູ່ ລີບັງ

        ໄປຄຽງຄູ່ກັບຄວາມສ່ຽງລະເບີດສົງຄາມຮອບດ້ານຢູ່ຕາເວັນອອກກາງ, ສະພາບການປັດຈຸບັນ ຍັງນາບຂູ່ຍູ້ ລີບັງ ຕົກລົງເຂົ້າສູ່ວິກິດການຢ່າງຮອບດ້ານ. ໄລ່ຮອດວັນທີ 01 ຕຸລາ, ໄດ້ມີສາມັນຊົນ ລີບັງ ປະມານ 1.000 ຄົນ ເສຍຊີວິດໃນບັນດາບັ້ນບຸກໂຈມຕີໃນກວ່າ 1 ອາທິດທີ່ຜ່ານມາຂອງກອງທັບ ອິດສະຣາແອັນ ທີ່ເລັ່ງໃສ່ບັນດາຮາກຖານຂອງກຳລັງ ເຮໂບລາ. ຖ້າໄລ່ແຕ່ເດືອນ ຕຸລາ ປີ 2023, ເມື່ອຄວາມເປັນປໍລະປັກລະຫວ່າງກຳລັງ ເຮໂບລາ ແລະ ອິດສະຣາແອັນ ເພີ່ມຂຶ້ນ ພາຍຫຼັງລະເບີດການປະທະກັນຢູ່ເຂດ ກາຊານັ້ນ, ມີສາມັນຊົນ ລີບັງ ກວ່າ 1.600 ຄົນເສຍຊີວິດ ຍ້ອນການປະທະກັນລະຫວ່າງສອງຝ່າຍ, ໃນນັ້ນ ມີເດັກນ້ອຍກວ່າ 100 ຄົນ. ໄປຄຽງຄູ່ກັນນັ້ນ, ຕາມທ່ານ Nasser Yassin ລັດຖະມົນຕີຮັບມືກັບວິກິດການ ລີບັງ ແລ້ວ,  ມີຊາວ ລີບັງ ກວ່າ 1 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ ນັບແຕ່ເມື່ອກອງທັບ ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີເລັ່ງໃສ່ດິນແດນຂອງປະເທດນີ້ໃນ 2 ອາທິດຜ່ານມາ.

ບັນດາການຜັນແປນີ້ ພວມຍູ້ ລີບັງ ຕົກເຂົ້າສູ່ສະພາບທີ່ຫຍຸ້ງຍາກກວ່າ, ໃນສະພາບທີ່ວ່າ ຫຼາຍປີຜ່ານມາ ປະເທດນີ້ຕ້ອງຮັບມືກັບວິກິດການດ້ານການເມືອງ - ເສດຖະກິດ - ສັງຄົມ ຢ່າງຮ້າຍແຮງທີ່ສຸດໃນຫຼາຍທົດສະວັດ, ພິເສດພາຍຫຼັງເຫດລະເບີດຢູ່ທ່າກ່ຳປັ່ນ Beirut ເມື່ອປີ 2021. ເມື່ອກ່າວຄຳເຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ, ທ່ານລັດຖະມົນຕີ ລີບັງ Abdallah Bouhabib, ໃຫ້ຮູ້ວ່າ ສະພາບການຢູ່ປະເທດນີ້ພວມນັບມື້ນັບຮ້າຍແຮງລົງ.

        “ປັດຈຸບັນ, ລີບັງ ພວມຢູ່ໃນວິກິດການທີ່ນາບຂູ່ເຖິງການຄົງຕົວຂອງປະເທດນີ້. ອະນາຄົດຂອງປະຊາຊົນ ລີບັງ ແລະ ຄວາມວັດທະນາຖາວອນຂອງ ລີບັງ ພວມປະສົບກັບຄວາມອັນຕະລາຍຫຼາຍຢ່າງ, ເຊິ່ງຮຽກຮ້ອງຕ້ອງມີການແຊກເຂົ້າຈາກປະຊາຄົມສາກົນ, ກ່ອນທີ່ທຸກເລື່ອງຈະຢູ່ນອກເໜືອການຄາດຄະເນ”.

        ບົດລາຍການກ່ຽວກັບສະພາບການ ລີບັງ ທີ່ໄດ້ຍົກອອກມາໃນອາທິດກ່ອນ, ບັນດາອົງການຂອງ ສປຊ ຮັບຜິດຊອບບັນຫາລີ້ໄພ (UNHCR) ແລະ ມະນຸດສະທຳ (OCHA) ໃຫ້ຮູ້ວ່າ ມີຫຼາຍຮາກຖານສາທາລະນະສຸກ ແລະ ມະນຸດສະທຳຢູ່ ລີບັງ ເລີ່ມຕົກເຂົ້າສູ່ງພາບເກີນຂອບຂະໜາດທີ່ສາມາດຮັບໄດ້ ຍ້ອນການໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນໃນປັດຈຸບັນ.  ໃນຂະນະນີ້, ພາລະກຳປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ລີບັງ ຕາມມະຕິເລກທີ 1701 ປີ 2006 ກໍກືອບຄືວ່າຖືກຢຸດສະງັກ. ທ່ານ Jean Pierre Lacroix, ຮອງເລຂາທິການ ສປຊ ຮັບຜິດຊອບບັນດາພາລະກິດປັກປັກຮັກສາສັນຕິພາບ, ໃຫ້ຮູ້ວ່າ ນັບທັງກຳລັງຊົ່ວຄາວຂອງ ສປຊ ຢູ່ ລີບັງ (UNIFIL) ກໍພວມຖືກນາບຂູ່ຈາກການປະທະກັນຢູ່ພາກໃຕ້ ລີບັງ, ເຮັດໃຫ້ພາລະກຳປົກປ້ອງສາມັນຊົນຂອງ UNIFIL ພວມນັບມື້ນັບຫຍຸ້ງຍາກກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ