ທ້ອງຖິ່ນຕ່າງໆຂອງຫວຽດນາມເພີ່ມທະວີການດຶງດູດເງິນລົງທຶນ

ໃນ ເດືອນ ກຸມພາ ນີ້, ຢູ່ຫຼາຍ ທ້ອງ ຖິ່ນ ຂອງ ຫວຽດນາມ, ພິ ເສດ ແມ່ນ ຢູ່ ບັນດາ ແຂວງ ເຂດ ເສດຖະກິດ ຈຸດ ສຸມ, ຈະ ຈັດ ກອງ ປະຊຸມ ສົ່ງ ເສີມ ການ ລົງທຶນ ດ້ວຍ ຂອບຂະໜາດ ໃຫ່ຍ ໂດຍ ມີ ການ ເຂົ້າຮ່ວມ ຂອງ ບັນດາ ວິ ສາ ຫະກິດ ຢູ່ ພາຍ ໃນ ແລະ ຕ່າງປະ ເທດ. ບັນດາ ທ້ອງ ຖິ່ນ ໄດ້ ຍົກ ບັນດາທິດ ທາງໃໝ່ ໃນ ການ ດຶງ ດູດ ເງິ ນລົງທຶນ ເພື່ອ ແນ ໃສ່ ປັບປຸງການ ລົງທຶນ ຂອງ ແຂວງ ຕົນ ເວົ້າສະ ເພາະ, ປະກອບສ່ວນ ສຳ ເລັດ ຈຸດໝາຍ ພັດທະນາ ເສດຖະກິດ ຂອງ ທົ່ວ ປະ ເທດ ໃນ ປີ 2012 ເວົ້າລວມ.

      ໜື່ງ ໃນບັນດາ ເຫດການ ສົ່ງ ເສີມການ ລົງທຶນ ສຳຄັນ ອັນ ດັບ 1 ຂອງ ຫວຽດນາມ ໃນ ປີ 2012 ທີ່ຈະ ດຳ ເນີນ ໃນ ທ້າຍ ເດືອນ ນີ້ ຢູ່ ແຂວງ ກວາງ ນິງ ຊື່ງ ແມ່ນ ແຂວງ ນຳ ໜ້າ ໃນ ເຂດ ເສດຖະກິດ ຈຸດ ສຸມ ທາງ ພາກ ເໜືອ ຫວຽດນາມ ນັ້ນ ແມ່ນ ກອງ ປະຊຸມ ສົ່ງ ເສີມ ການ ລົງທຶນ ກວາງ ນິງປີ 2012. ຕາມ ການ ນຳ ແຂວງ ກວາງ ນິງ ແລ້ວ, ກອງ ປະຊຸມ ຈະ ມີ ການ ເຂົ້າຮ່ວມຂອງ ຜູ້ ແທນ ເກືອບ 500 ທ່ານ ຈາກພາຍ ໃນ ແລະ ຕ່າງປະ ເທດ, ນີ້ ແມ່ນ ໂອກາດ ໃຫ່ຍ ເພື່ອ ແນ ໃສ່ ສ້າງ ກຳລັງ ຊຸກຍູ້ ໃຫ້ ແກ່ ແຂວງ ກວາງ ນິງ ໃນ ການຮຽກຮ້ອງການ ລົງທຶນ. ທີ່ ກອງ ປະຊຸມ ຄັ້ງນີ້, ກວາງ ນິງຈະ ຍົກ ອອກ ບັນດາ ບັນດາ ນະ ໂຍບາຍ ໃຫ້ ບຸລິມະສິດ ລະອຽດ ສຳລັບ ບັນດາ ວິ ສາ ຫະກິດ ເຂົ້າຮ່ວມ ການ ລົງທຶນ ເຂົ້າ ໃນ 18 ໂຄງການ ຈຸດ ສຸມທີ່ ຂຶ້ນ ກັບ 5 ຂົງ ເຂດຄື ການທ່ອງທ່ຽວ ແລະ ການ ບໍລິການ ບັນ ເທິງ; ທ່າ ກຳ ປັ່ນ, ດ່ານ ຊາຍ ແດນ ແລະ ລະບົບ logistic….ດ້ວຍ ແຕ່ລະ ໂຄງການ ລະອຽດ, ແຂວງ ກວາງ ນິງ ໄດ້ ວາງ ອອກ ບັນດາ ນະ ໂຍບາຍ ໃຫ້ ບຸລິມະສິດ ກໍ ຄື ບັນດາ ຄຳໝັ້ນສັນຍາ ໃນ ການ ແກ້ ໄຂ ບັນດາ ການ ທ້າ ທາຍ ໃຫ່ຍຊື່ ງບັນດາ ນັກ ລົງທຶນ ເວົ້າລວມ ພວມ ປະສົບ ຄື: ວຽກ ງານ ບຸກ ເບິ ກໜ້າ ພຽງ; ແກ້ ໄຂ ລະບຽບ ການ ດ້ານ ບໍລິຫານ, ຮັບປະກັນ ພື້ນຖານ ໂຄງ ລ່າງ ນ້ຳປະປາ, ໄຟຟ້າ… ທ່ານ ຫງວນວັນ ດອກ, ປະທານ ຄະນະ ກຳມະການ ປະຊາຊົນ ແຂວງ ກວາງ ນິງ ໃຫ້ ຮູ້ ວ່າ:

   “ ແຂວງ ກວາງ ນິງ ໄດ້ ສ້າງຕັ້ງອົງການ ສົ່ງ ເສີມ ການ ລົງທຶນ ແລະ ໜູນ ຊ່ວຍ ບັນດາ ວິ ສາ ຫະກິດ. ອົງກາ ນນີ້ ໄດ້ ຊ່ວຍ ວຽກ ຄະນະ ກຳມະການ ປະຊາຊົນແຂວງ ໂດຍ ກົງ ຊື່ ງລວມມີ ບັນດາ ພະນັກງານ ມີ ປະສົບ ການ, ຊຳນານ ງານ ບົນ ພື້ນຖານ ນັ້ນຈະ ເປັນ ເສນາ ທິການໃຫ້ການ ນຳ ແຂວງ ຢ່າງ ຊັດ ເຈນ. ດ້ວຍ ການ ສ້າງຕັ້ງອົງການ ນີ້, ການ ແກ້ ໄຂ ລະບຽບ ການ ລົງທຶນ ບໍ່ ຕ້ອງ ຜ່ານຫຼາຍ ພາກສ່ວນຄື ເມື່ອ ກ່ອນ ອີກ, ອັນ ຈະປະກອບສ່ວນ ຫລຸດຜ່ອນ ຂັ້ນຕອນ ຂໍໜັງສືອະນຸຍາດການ ລົງທຶນຢູ່ ກວາງ ນິງ

ທ້ອງຖິ່ນຕ່າງໆຂອງຫວຽດນາມເພີ່ມທະວີການດຶງດູດເງິນລົງທຶນ - ảnh 1

ທີ່ ດິນ ກວາງ ນິງດຶງ ດູດ ນັກ ລົງທຶນ

ພາບ: Http//:khudothimoi.com

   ໂດຍ ແມ່ນທ້ອງ ຖິ່ນຈຸດ ສຸມ ຂອງ ເຂດ ເສ ດຖະກິດ ທາງ ທິດ ເໜືອ ຂອງ ພາກ ກາງ ຫວຽດນາມ, ແຂວງ ເງະ ອານ ຫາ ກໍ ຈັດການ ພົບ ປະ ກັບ ບັດ ນາ ນັກ ລົງທຶນ ຄັ້ງທີ 4. ຕາມ ທ່ານ ປະທານ ຄະນະ ກຳມະການ ປະຊາຊົນ ແຂວງ ເງະ ອານ ໂຮ່ດຶກ ເຟີ ກ ແລ້ວ, ໃນ 3 ປີຜ່ານມາ (ຄື ແຕ່ ປີ 2009 ຫາ ປີ 2011), ໂດຍ ຜ່ານ ກອງ ປະຊຸມ ສົ່ງ ເສີມ ການ ລົງທຶນ ຄັ້ງຕ່າງໆ, ເງະ ອານ ໄດ້ ດຶງ ດູດ ສັນຍາ ລົງທຶນກ່ວາ 30 ສະບັບ ດ້ວຍ ຍອດ ຈຳນວນ ທຶນ ໃຫ້ ຄຳໝັ້ນສັນຍາ ກ່ວາ 37.000 ຕື້ ດົ່ງ. ປະຈຸ ບັນ, ແຂວງ ພວມ ຜັນ ຂະຫຍາຍ ການປະຕິບັດ ໂຄງການ ໃຫ່ຍຈຳນວນ 1, ກໍ່ສ້າງ ພື້ນຖານ ໂຄງ ລ່າງ ເຂດ ເສດຖະກິດ ທາງ ທິດຕາ ເວັນ ອອກ ສ່ຽງໃຕ້ ແລະ ບັນດາ ເຂດ ອຸດສາຫະກຳ ເພື່ອ ແນ ໃສ່ ດຶງ ດູດ ບັນດາ ໂຄງການ ໃຫ່ຍ, ສູ້ ຊົນ ຮອດ ປີ 2015, ເງະ ອານ ຈະ ກາຍ ເປັນ ແຂວງ ເຕີບ ໂຕ ພໍ ສົມຄວນ ຂອງ ພາກ ເໜືອ. ຕາ ມທ່ານປະທານ ຄະນະ ກຳມະການ ປະຊາຊົນ ແຂວງ ເງະ ອານ ໂຮ່ດຶກ ເຟີ ກແລ້ວ, ເງະ ອານ ພວມ ສ້າງ ບາດ ກ້າວບຸກທະລຸ ໃນ ການ ປະຕິ ຮູບ ດ້ານ ບໍລິຫານ ເພື່ອ ແກ້ ໄຂ ບັນດາ ຈຸດ ອ່ອນ ໃນ ການ ດຶງ ດູດ ການ ລົງທຶນ:

   “ ໃນ ປີ 2012, ເງະ ອານ ຈະ ສືບ ຕໍ່ ເອົາ ໃຈ ໃສ່ ລະດົມ ບັນດາ ແຫຼ່ງ ເງິນ ລົງທຶນ ຈາກບັນດາ ວິ ສາ ຫະກິດ ພາຍ ໃນ ແລະ ຕ່າງປະ ເທດ ພ້ອມ ທັງ ຖື ວ່າ ນີ້ ແມ່ນ ແຫຼ່ງກຳລັງ ທີ່ ສຳຄັນ ທີ່ ສຸດ ເພື່ອ ປະຕິບັດ ຈຸດໝາຍ ເສດຖະກິດ ສັງຄົມ ໄດ້ ວາງ ອອກ. ໜ້າ ທີ່ ຈຸດ ສຸມ ແມ່ນ ປົວ ແປງ ສະພາບ ແວດ ລ້ອມ ແຫ່ງ ການ ລົງທຶນ ຢ່າງ ແຮງ: ດຳ ເນີນ ທຸລະ ກິດ ຕາມ ທິດ ສະດວກ ສະບາຍ, ເປັນ ປົກກະຕິ. ຄະນະ ກຳມະການ ປະຊາຊົນ ແຂວງ ກໍ ພວມ ສຸມ ໃສ່ ກໍ່ສ້າງ ພື້ນຖານ ໂຄງ ລ່າງ ຄື ທ່າ ກຳ ປັ່ນ, ດ່ານ ຊາຍ ແດນ, ສະໜາມ ບິນ, ເສັ້ນທາງບົກ… ອຸດສາຫະກຳ ສຳຮອງ, ວາງ ແຜນ ກຳນົດ ແຫຼ່ງວັດຖຸ ດິບ ແລະ ຮ່ວມ ແຮງ ຮ່ວມ ໃຈ ກັບ ບັນດາ ນັກ ລົງທຶນ

ທ້ອງຖິ່ນຕ່າງໆຂອງຫວຽດນາມເພີ່ມທະວີການດຶງດູດເງິນລົງທຶນ - ảnh 2

ເຂດ ອຸດສາຫະກຳຮ່ວາງ ມາຍ- ເງະ ອານ

ພາບ: Http//vinh.jaovat.com

   ໃນ ເຂດ ພາກ ໃຕ້, ໃນຕົ້ນປີ 2012, ແຂວງ ບ່າ ເຣັ້ຍຫວູ໋ງ ເຕົາ ໄດ້ ອອກ ໜັງສື ອະນຸມັດ ລົງທຶນ ໃຫ້ 4 ໂຄງການ ດ້ວຍ ຍອດ ຈຳນວນ ກ່ວາ 29.000 ຕື້ ດົ່ງ. ທ່ານ ໂຮ່ວັນ ນຽນ, ຮອງປະທານ ຄະນະ ກຳມະການ ປະຊາຊົນ ແຂວງ ໃຫ້ ຮູ້ ວ່າ, ການ ກຳນົດ ທິດ ຍຸດ ທະ ສາດ ດຶງດູດການ ລົງທຶນ ຂອງ ແຂວງ ໃນ ໄລຍະ ທີ່ ຈະ ເຖິງ ແມ່ນ ສຸມ ໃສ່ 2 ຂົງ ເຂດ ພັດທະນາ ການ ບໍລິການ ພາລະ ທິການ (logistic) ແລະ ຂະ ແໜງ ອຸດສາຫະກຳ ໜູນ ຊ່ວຍ ເພື່ອ ຮັບ ໃຊ້ ໃຫ້ ແກ່ ທັງ ເຂດ ຫຼື ທົ່ວ ປະ ເທດ ແລະ ສົ່ງ ອອກ, ຫາກ ບໍ ພຽງ ແຕ່ ຮັບ ໃຊ້ ໃຫ້ ແກ່ ທ້ອງ ຖິ່ນ ເທົ່າ ນັ້ນ.

   ໃນຂອບ ເຂດ ທົ່ວ ປະ ເທດ ຫວຽດນາມ, ທ່ານ ຫງວຽນ ເທ ເຟືອງ, ລັດຖະມົນຕີ ຊ່ວຍ ວ່າ ການກະຊວງ ແຜນການ ແລະ ການ ລົງທຶນ ຫວຽດນາມ ແລ້ວ, ໃນ ປີ 2012, ສານ ຂອງ ຫວຽດນາມ ໃນ ການ ດຶງ ດູດ ເງິນ ລົງທຶນ ແມ່ນ ຖື ຄຸນ ນະພາ ບຂອງ ໂຄງການ ສັນຄັນກ່ວາ ຈຳນວນ ທຶນ ແລະ ຈຳນວນ ໂຄງການ ຈົດ ທະບຽນ. ຢາກ ເຮັດ ໄດ້ ຄື ແນວ ນັ້ນ, ທ້ອງ ຖິ່ນ ຕ່າງໆ ຕ້ອງ ເປັນ ເຈົ້າການ, ມີ ໄຫວ ພິບ ໃນ ການ ດຶງ ດູດ ເງິນ ລົງທຶນ:

   “ພວກເຮົາ ຕ້ອງ ປ່ຽນ ແປງ ວິທີ ການ ສົ່ງ ເສີມ ການ ລົງທຶນ. ປະຈຸ ບັນ, ຕ້ອງ ກຳນົດ ຄູ່ ຮ່ວມ ມື ແລ້ວ ຈຶ່ງ ຂົນຂວາຍ ການ ລົງທຶນ, ຕ້ອງ ສ້າງ ສະພາບ ແວດ ລ້ອມ ແຫ່ງ ການ ລົງທຶນ ຢ່າງຈະ ແຈ້ງ, ໂປງ ໃສ, ລະບຽບ ການ ດ້ານ ບໍລິຫານ ສະດວກ ສະບາຍ, ການ ລົງທຶນ ຕ້ອງ ມີ ຈຸດ ສຸມ, ເຣັດ ໄດ້ຄື ແນວ ນັ້ນຈຶ່ງ ບັນລຸ ປະສິທິຜົນ ໃນ ວຽກ ງານ ການ ລົງທຶນ ໄດ້

   ເລື່ອງ ທ້ອງ ຖິ່ນ ຕ່າງໆ ເປັນ ເຈົ້າການ ຍູ້ ແຮງ ການ ສົ່ງ ເສີມ ການ ລົງທຶນ, ພິ ເສດ ແມ່ນ ການ ລົງທຶນ ຢ່າງມີ ຈຸດ ສຸມ ນັບ ແຕ່ ຊຸມ ເດືອນ ຕົ້ນປີ 2012 ແມ່ນ ວຽກ ງານ ທີ່ຈຳ ເປັນ ເພື່ອ ສ້າງ ແຫຼ່ງກຳລັງ ໃຫ້ ແກ່ ການ ພັດທະນາ ເສດຖະກິດ ພ້ອມ ທັງ ປະກອບສ່ວນສ້າງ ສະພາບ ແວດ ລ້ອມ ແຫ່ງ ການ ລົງທຶນ ໃຫ້ ສຳ ເລັດຜົນ ກໍ ຄື ເພີ່ມ ກຳລັງຄວາມ ສາມາດ ໃນ ການ ແກ່ ງແຍ້ ງຂອງ ບັນດາ ວິ ສາ ຫະກິດ ຫວຽດນາມ.

ຮົ່ງເວີນ


ຕອບກັບ

ຂ່າວ/ບົດ​ອື່ນ