(vovworld) - ບັນຫາຊົນເຜົ່າ ແລະ ມະຫາສາມັກຄີທົ່ວປວງຊົນທັງຊາດ ມີທີ່ຕັ້ງບົດບາດຍຸດທະສາດ ແລະ ຍາວນານໃນບັນດານະໂຍບາຍຂອງພັກ ແລະ ລັດ ຫວຽດນາມ. ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ທີ່ພວມຮັບເອົາຄຳເຫັນຈາກປະຊາຊົນ ອີກຄັ້ງຫນຶ່ງບັນຫາດັ່ງກ່າວໄດ້ຮັບການເຕື້ອງເຖິງ ແລະ ຮັບຄຳເຫັນຈາກປະຊາຊົນຫລາຍຄົນ.
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບຖືວ່າແມ່ນສືບທອດບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 1992 ແລະ ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ 10, 11 ກ່ຽວກັບບັນຫາຊົນເຜົ່າ, ວຽກງານຊົນເຜົ່າ ຂອງພັກຢ່າງຄົບຖ້ວນ. ຕາມນັ້ນແລ້ວ, ປະເທດ ສສ ຫວຽດນາມ ແມ່ນປະເທດມີຄວາມເອກະພາບລະຫວ່າງບັນດາຊົນເຜ່ົາທີ່ດຳລົງຊີວິດຮ່ວມກັນໃນທົ່ວປະເທດຫວຽດນາມ. ບັນດາຊົນເຜົ່າລ້ວນແຕ່ສາມັກຄີ, ສະເຫມີພາບ, ເຄົາລົບ ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນ ພ້ອມກັນພັດທະນາ; ຫ້າມທຸກການກະທຳຈຳແນກການປະພຶດ,ແບ່ງແຍກຊົນຊາດຊົນເຜົ່າ. ບັນດາຊົນເຜົ່າມີສິດນຳໃຊ້ພາສາເວົ້າ, ຕົວຫນັງສື ແລະ ຮັກສາສີສັນອັນດີງາມຂອງເຜົ່າຕົນ. ລັດ ປະຕິບັດນະໂຍບາຍພັດທະນາຮອບດ້ານ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ຊົນເຜົ່າສ່ວນຫນ້ອຍທັງໝົດເສີມຂະຫຍາຍກຳລັງແຮງພາຍໃນ, ເຈືອຈານເຂົ້າກັບການພັດທະນາລວມຂອງປະເທດຊາດ. ລັດ ປະຕິບັດນະໂຍບາຍພັດທະນາກ່ຽວກັບທຸກດ້ານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າສ່ວນຫນ້ອຍເທື່ອລະກ້າວ. ພົນລະເມືອງ ແມ່ນຊາວຊົນເຜົ່າຕ່າງໆ ບໍ່ຈຳແນກຈຳນວນປະຊາຊົນກຸ່ມຫນ້ອຍຫລືໃຫຍ່, ລະດັບການພັດທະນາສູງຫລືຕຳ່ ລ້ວນແຕ່ສະເຫມີກັນກ່ຽວກັບສິດຜົນປະໂຫຍດ ແລະ ພັນທະໃນທຸກຂົງເຂດຂອງຊີວິດ.
ພາບປະກອບ:internet
|
ເຖິງຢ່າງໃດກໍຕາມ, ກ່ຽວກັບນະໂຍບາຍຊົນເຜົ່າ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຕ້ອງສະແດງແນວຄິດຂອງປະທານໂຮ່ຈິມິນໃນລັດຖະທຳມະນູນ ຢ່າງຈະແຈ້ງ ແລະ ບັນດາຫລັກການຊຶ່ງພັກໄດ້ກຳນົດວ່າ: ບັນດາຊົນເຜົ່າໃນມະຫາຄອບຄົວ ຫວຽດນາມ ລ້ວນແຕ່ສະເຫມີພາບ, ເຄົາລົບ, ສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ ແລະ ກ້າວຫນ້າ. ຕ້ອງເຊີດຊູຫນ້າທີ່ຄວາມຮັບຜິດຊອບຂອງລັດໃນການຮັບປະກັນປະຕິບັດນະໂຍບາຍພັດທະນາຮອບດ້ານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນບັນດາເຜົ່າສ່ວນຫນ້ອຍເສີມຂະຫຍາຍກຳລັງແຮງພາຍໃນ, ພັດທະນາໃຫ້ທັດທຽມກັບລະດັບຂອງທັງປະເທດ. ຄຽງຄູ່ກັນນັ້ນ ລັດຖະທຳມະນູນ ຕ້ອງເຮັດແຈ້ງສິດ ແລະ ພັນທະຂອງປະຊາຊົນບັນດາເຜົ່າສ່ວນຫນ້ອຍເພື່ອຫລີກລ້ຽງແນວຄິດເອື້ອອີ່ງນະໂຍບາຍຂອງລັດ. ທ່ານ ລູ່ວັນເກວ (Lù Văn Que), ຫົວຫນ້າສະພາທີ່ປຶກສາບັນຫາຊົນເຜົ່າ ສັງກັດຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖືວ່າ:
“ຕ້ອງເຊີດຊູຫນ້າທີ່ຄວາມຮັບຜິດຊອບຂອງລັດໃນການຮັບປະກັນປະຕິບັດ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາເຜົ່າພ້ອມກັນພັດທະນາ. ບັນດາຊົນເຜົ່າສ່ວນຫນ້ອຍ ຕ້ອງເສີມຂະຫຍາຍກຳລັງແຮງພາຍໃນເພື່ອພັດທະນາ, ແກ້ໄຂສະພາບເອື້ອອີງ. ຮັດແຄບຊ່ອງຫວ່າງລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກ. ການກຳນົດບັນດາຫລັກການພື້ນຖານໃນນະໂຍບາຍຊົນເຜົ່າຂອງພັກ ແລະ ລັດ ຄືແນວນັ້ນ ທັງມີລັກສະນະຄົບຖ້ວນ ແລະ ເໝາະສົມກັບພຶດຕິກຳຕົວຈິງ. ຖ້າຜູ້ໃດບໍ່ປະຕິບັດເປັນຢ່າງດີ ຫລືປະລະຫນຶ່ງໃນຈຳນວນບັນດາຫລັກການດັ່ງກ່າວແມ່ນລະເມີດນະໂຍບາຍຊົນເຜົ່າ.”
ນອກນັ້ນ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຄວນກຳນົດຢ່າງຈະແຈ້ງວ່າ ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າດຳລົງຊີວິດຮ່ວມກັນ, ບັນຫາຊົນເຜົ່າ ແລະ ຄວາມສາມັກຄີລະຫວ່າງບັນດາຊົນເຜົ່າແມ່ນມີທີ່ຕັ້ງບົດບາດຍຸດທະສາດໃຫຍ່ຫລວງ ແລະ ຍາວນານ. ກຳນົດໄດ້ຄືແນວນັ້ນ ຈຶ່ງສ້າງຄວາມເຫັນດີເຫັນພ້ອມຈາກພັກ ຕະຫລອດຮອດທົ່ວປວງຊົນກ່ຽວກັບຄວາມຮັບຮູ້ ແລະ ການກະທຳຢ່າງຖືກຕ້ອງໄດ້. ຄວາມໄກ່ເກຍ, ປອງດອງ, ສາມັກຄີໃນບັນດາເຜົ່າ, ສາສະຫນາຕ່າງໆ ແມ່ນຂໍ້ກຸນແຈເພື່ອເຮັດໃຫ້ປະເທດຊາດມີຄວາມສະຖຽນລະພາບ ແລະ ພັດທະນາ. ລັດຖະທຳມະນູນ ຄວນກຳນົດບັນດາຊົນເຜົ່າຕ້ອງສະເຫມີພາບ, ສາມັກຄີ ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນ ພ້ອມກັນພັດທະນາ, ແລະ ຖືວ່າ ນີ້ແມ່ນຫລັກການເດັດຂາດບໍ່ປ່ຽນແປງໄດ້ ແລະ ມີຍຸດທະສາດຍາວນານ. ເພື່ອລະດົມຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຊົນເຜົ່າໄດ້, ທ່ານຮອງສາດສະດາຈານ ດຣ ບູ່ຍຊວນດີງ, ນັກຄົ້ນຄ້ວາຊົນເຜົ່າວິທະຍາຖືວ່າ:
“ພວກເຮົາຄວນກຳນົດວ່າ ເສີມຂະຫຍາຍບົດບາດຂອງຊົນເຜົ່າ ເປົ້າໝາຍຕົ້ນຕໍແມ່ນຊາວ ຫວຽດນາມ. ເພາະວ່າ ສຳລັບປະເທດມີຫລາຍຊົນເຜົ່າດຳລົງຊີວິດຮ່ວມກັນ, ການພັດທະນາຂອງປະເທດ ນັ້ນແມ່ນກົດເກນລວມ, ລ້ວນແຕ່ຖືການພັດທະນາຂອງຊົນເຜົ່າທີ່ມີປະຊາຊົນກວມຈຳນວນສ່ວນຫລາຍ ແມ່ນທິດພັດທະນາ. ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບການເສີມຂະຫຍາຍບົດບາດຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ຂອງຊົນເຜົ່າຕົ້ນຕໍ ແຕ່ຍາມໃດກໍຕ້ອງເສີມຂະຫຍາຍບົດບາດຂະຫຍັນຂັນເຄື່ອນຂອງຊົນເຜົ່າສ່ວນຫນ້ອຍ ແລະ ຊົນເຜົ່າອື່ນ.”
ໃນໄລຍະ 20 ກວ່າປີແຫ່ງການປະຕິບັດ ລັດຖະທຳມະນູນປີ 1992, ບັນຫາຊົນເຜົ່າ ແລະ ມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການກຳນົດໃນກົດໝາຍ ແລະ ຖືກເຜີຍແຜ່ທາງພາຫະນະຕ່າງໆ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນຊົນເຜົ່າມີກາລະໂອກາດສະດວກເພື່ອພັດທະນາທຸກດ້ານ. ການສືບທອດ ແລະ ເພີ່ມເຕີມບັນດາເນື້ອໃນກ່ຽວຂ້ອງເຖິງບັນຫາຊົນເຜົ່າໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈະປະກອບສ່ວນເສີມຂະຫຍາຍບົດບາດຂອງບັນດາເຜົ່າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ.