ນະຄອນ ໂຮ່ຈີມິນ ປະດັບປະດາດ້ວຍທຸງຊາດດອກໄມ້ຢ່າງສວຍງາມເພື່ອຂ່ຳນັບຮັບຕ້ອນວັນບຸນ 30 ເມສາ
(VOVWORLD) - ໃນຊຸມວັນນີ້, ຢູ່ຖະໜົນຫົນທາງຫຼາຍສາຍຢູ່ນະຄອນ ໂຮ່ຈີມິນ ໄດ້ປະດັດປະດາທຸງຊາດ, ຄຳຂວັນ, ຮູບພາບຢ່າງສວຍງາມເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ
 |
ນັບແຕ່ຊຸມວັນທ້າຍເດືອນມີນາ, ຢູ່ຖະໜົນຫົນທາງສາຍຕ່າງໆຢູ່ນະຄອນ ໂຮ່ຈີມິນ ໄດ້ຮັບການປະດັດປະດາຢ່າງສວຍງາມດ້ວຍສີສັນຂອງທຸງພັກ, ທຸງຊາດ. |
 |
ພ້ອມກັນນັ້ນແມ່ນບັນດາປ້າຍ, ຄຳຂວັນໄດ້ຮັບການປະດັດປະດາຢູ່ຫຼາຍສະຖານທີ່ດ້ວຍຄຳຂວັນແມ່ນ ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025). |
 |
ຖະໜົນສາຍຕ່າງໆຄື: ຫງວຽນເຫ້ວ, ເລເລີຍ, ຫງວຽນຢຸ, ເຈື່ອງຈິງ… ໄດ້ຮັບການປະດັດປະດາຢ່າງສວຍງາມດ້ວຍທຸງຊາດ, ປ້າຍ, ຄຳຂວັນ, ພາບລະດົມກຳລັງໃຈ, ປ້າຍໂຄສະນາວັນບຸນ 30 ເມສາ. |
ຢູ່ໃສກໍ່ເຫັນທຸງຊາດ ແລະ ຄຳຂວັນເຮັດໃຫ້ປະຊາຊົນຜູ້ໃດກໍ່ຮູ້ສຶກປະຕິຊົມຊືນ
|
 |
ຖະໜົນປຶ້ມນະຄອນ ໂຮ່ຈີມິນ ຢູ່ໃຈກາງເມືອງ 1 |
 |
ສະຖາບັນດົນຕີ ນະຄອນໂຮ່ຈີມິນເຕັມໄປດ້ວຍສີແດງຂອງທຸງຊາດ |
 |
ບັນຍາກາດສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບໄດ້ແຜ່ລາມອອກສູ່ທຸກແຫ່ງຢູ່ນະຄອນໂຮ່ຈີມິນ |
 |
ອາຄານແຫ່ງໜຶ່ງຢູ່ຖະໜົນຫງວຽນເຫ້ວ ຕອບສະໜອງຂວັນທຸງຊາດ |
 |
ມີທຸງຊາດຫຼາຍຜືນຖືກແຂວນຢູ່ອາຄານການຄ້າ ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ |
 |
ບັນດາປ້າຍ, ຄຳຂວັນມຸ່ງໄປເຖິງວັນບຸນ 30 ເມສາ, ເຮັດໃຫ້ທຸກຄົນຮູ້ສຶກເອກອ້າງທະນົບໃຈຕໍ່ປະເທດຊາດ ແລະ ປຸກລຸກນ້ຳໃຈຮັກຊາດ. |
 |
ໃນບັນຍາກາດຄຶກຄື້ນມ່ວນຊື່ນ, ເຕັມໄປດ້ວຍຄວາມເອກອ້າງທະນົງໃຈ, ປະຊາຊົນຫຼາຍຄົນຮູ້ສຶກຕື້ນຕັນໃຈລໍຄອຍວັນບູນໃຫຍ່ຂອງຊາດ. |
 |
ມີປະຊາຊົນຫຼາຍຄົນບໍ່ຫວາດຫວັ່ນຕໍ່ເສັ້ນທາງທີ່ຍາວໄກ, ໄດ້ຕື່ມນອນແຕ່ເຊົ້າ, ກະກຽມເຄື່ອງຂອງນຸ່ງໂສ້ງເສື້ອທີ່ສວຍງາມເພື່ອໄປຖ່າຍຮູບຢູ່ບັນດາສະຖາຖາທີ່ດ້ວຍບັນຍາກາດຂອງວັນທີ 30 ເມສາ. |