100 ວິສາຫະກິດຮັບລາງວັນເຄື່ອງໝາຍ ການຄ້າຫວຽດນາມ ໝັ້ງຄົງປີ 2012

100 ວິສາຫະກິດຮັບລາງວັນເຄື່ອງໝາຍ ການຄ້າຫວຽດນາມ ໝັ້ງຄົງປີ 2012 - ảnh 1
ທີ່ພິທີ​ມອບ​ລາງວັນ
( ພາບ: soha.vn )


(vovworld) -     ພິທີ​ມອບ​ລາງວັນ “100 ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ໝັ້ງຄົງປີ 2012” ໄດ້ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12/8 ຢູ່​ຮ່າ​ໂນ້ຍ. ລາງວັນ​ດັ່ງກ່າວໂດຍ​ສະຫະ​ສະມາຄົມ​ບັນດາ​ສະມາຄົມວິທະຍາສາດ​ເຕັກ​ນິກຫວຽດນາມ ຈັດ​ຕັ້ງ ​ເພື່ອ​ແນ​ໃສ່ຮັບ​ຮູ້, ​ເຊີດ​ຊູ​ບັນດາ​ນັກ​ ທຸລະ​ກິດ, ວິ​ສາ​ຫະກິດ​ທີ່​ດີ​ເດັ່ນ, ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ຫຼາຍ​ຢ່າງ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ​ເພື່ອ​ແນ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ພັດທະນາ​ເສດຖະກິດ​ - ສັງຄົມ ​ແລະ ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຂອງ​ພັກ ​ແລະ ລັດ, ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດ ​ໄດ້​ເອົາ​ໃຈ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການຄຸ້ມ​ຄອງ, ຄົ້ນຄວ້າ, ນຳ​ໃຊ້​ຜົນງານດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ​ເພື່ອ​ຍົກ​ສູງ​ຄຸນ​ນະພາບຂອງ​ຜະລິດ​ຕະພັນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ສ້າງ​ບັນດາ​ເຄື່ອງໝາຍການ​ຄ້າທີ່​ມີ​ຊື່​ສຽງ, ປະກອບສ່ວນ​ສຳຄັນ​ ​ແລະ ພັດທະນາ​ເສດຖະກິດ​ໃຫ້​ແກ່​ປະ​ເທດ​ຊາດ. ລາຍການ​ເລືອກ​ເຟັ້ນ​ເຄື່ອງໝາຍ​ການ​ຄ້າ​ໂດຍສະຫະ​ສະມາຄົມ​ບັນດາ​ສະມາຄົມວິທະຍາສາດ​ເຕັກ​ນິກຫວຽດນາມ ປຸກລະດົມ​ໃນ​ຂອບ​ເຂດ​ບັນດາ​ວິ​ສາ​ຫະກິດ​ສະມາຊິກ​ເຄືອຂາ​ຍ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ ​ແລະ ບັນດາ​ວິ​ສາ​ຫະກິດ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ສະ​ເໜີ, ​ເຊິ່ງ​ຖືກຈັດ​ຂຶ້ນ 3 ປີ​​ເທື່ອ​ໜຶ່ງ.

ຂ່າວ/ບົດ​ອື່ນ