ການບໍລິຈາກເລືອດ ໂດຍສະໝັກໃຈ
(ພາບ: baomoi.com)
|
Vovworld- ຕອນເຊົ້າວັນທີ 7/4 ຢູ່ຮ່າໂນ້ຍ, ໄດ້ຈັດພິທີໂຮມຊຸມນຸມມິດຕິງຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດໂດຍສະໝັກໃຈ (7/4) ແລະ ລາຍການບໍລິຈາກເລືອດພິເສດທີ່ມີຊື່ວ່າ“ຂອງຂວັນເດືອນເມສາ”. ປີນີ້ດ້ວຍສານທີ່ວ່າ “ ເລືອດເພື່ອກອບກູ້ເອົາຊີວິດມະນຸດ - ເລີ່ມຈາກນັກຄຸ້ມຄອງ ” ໄດ້ເປັນການສືບຕໍ່ຢັ້ງຢືນ ແລະ ເນັ້ນໜັກເຖິງບົດບາດສຳຄັນຂອງນັກຄຸ້ມຄອງບັນດາອົງການສຳນັກງານໃນການອອກຂໍ້ຕົກລົງປະກອບສ່ວນຊຸກຍູ້ການພັດທະນາຂະບວນການບໍລິຈາກເລືອດໂດຍສະໝັກໃຈ. ທ່ານ Nguyen Anh Tri ຫົວໜ້າສະຖາບັນເລືອດວິທະຍາ ແລະ ສົ່ງເລືອດສູນກາງຖືວ່າ:
“ ບັນດາວັນບຸນບໍລິຈາກເລືອດແມ່ນສຳຄັນທີ່ສຸດ, ເພາະມັນໄດ້ສ້າງກຳລັງຊຸກຍູ້ຂະບວນການບໍລິຈາກເລືອດໂດຍມະນຸດສະທຳ. ນີ້ບໍ່ພຽງແຕ່ແມ່ນໂອກາດຮັບເອົາເລືອດຢ່າງຫຼວງຫຼາຍເທົ່ານັ້ນ, ຫາກຍັງເປັນການທະວີຄຸນໃນສັງຄົມອີກດ້ວຍ. ທາງດ້ານວິຊາການ, ນີ້ຍັງແມ່ນວັນສະສົມເລືອດເພື່ອຮັບມືກັບເຫດຮ້າຍເມື່ອເກີດຂຶ້ນ” .
ໃນຂະນະດຽວກັນ, ຢູ່ນະຄອນ ໂຮຈິມິນ, ແລະ ແຂວງຕ່າງໆຄື ເງະອານ, ຈາວິງ, ເລີມດົງ, ດົງນາຍ, ບີງເຢືອງ, ຟູ້ອຽນ ແລະ ອື່ນໆກໍລ້ວນແຕ່ມີການເຄື່ອນໄຫວ ບໍລິຈາກເລືອດໂດຍສະໝັກໃຈເຊັ່ນດຽວກັນ.