ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ສຳ​ລັບ​ລັດ​ທິຫຼາຍ​ຝ​່າຍ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ

(VOVWORLD) - ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຢັ້ງຢືນ ແລະ ປັບປຸງຄຳໝັ້ນສັນຍາສຳລັບລັດທິຫຼາຍຝ່າຍຄືນໃໝ່, ຢັ້ງຢືນການເຄົາລົບກົດໝາຍສາກົນ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ ຢ່າງເຂັ້ມງວດ; ພ້ອມທັງເນັ້ນໜັກວ່າ ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍຢ່າງແຮງ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອແນໃສ່ຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບລະບຽບການນີ້.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ສຳ​ລັບ​ລັດ​ທິຫຼາຍ​ຝ​່າຍ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV) 

ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ປະຕິບັດລັດທິຫຼາຍຝ່າຍ, ປະຕິຮູບ ແລະ ຍົກສູງປະສິດທິຜົນການຄຸ້ມຄອງທົ່ວໂລກ”. ເມື່ອກ່າວຄຳເຫັນໃນວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຊີ້ແຈ້ງວ່າ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຢັ້ງຢືນ ແລະ ປັບປຸງຄຳໝັ້ນສັນຍາສຳລັບລັດທິຫຼາຍຝ່າຍຄືນໃໝ່, ຢັ້ງຢືນການເຄົາລົບກົດໝາຍສາກົນ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ ຢ່າງເຂັ້ມງວດ; ພ້ອມທັງເນັ້ນໜັກວ່າ ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍຢ່າງແຮງ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອແນໃສ່ຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບລະບຽບການນີ້.

        ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ ເພື່ອແນໃສ່ປັບປຸງບັນດາລະບອບລະບຽບການຫຼາຍຝ່າຍຂອງທົ່ວໂລກ ແລະ ພາກພື້ນ, ພິເສດແມ່ນ ສປຊ ແລະ ອາຊຽນ. ບັນດາຄວາມມານະພະຍາຍາມນີ້ ໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບຄວາມສາມັກຄີ ແລະ ການຮ່ວມມືສາກົນຢ່າງເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ການປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມຍຸຕິທຳກວ່າໃຫ້ແກ່ທຸກໆຄົນ.  


 

ຕອບກັບ

ຂ່າວ/ບົດ​ອື່ນ