ປະ​ກາດ​ໃຊ້ 42 ຄາດ​ໝາຍຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ຕ່າງ​ປະ​ເທດ ຢູ່ ຫວຽດ​ນາມ

(VOVWORLD) - ປະມວນມາດຖານສຳລັບການເຄື່ອນໄຫວລົງທຶນໂດຍກົງຂອງຕ່າງປະເທດ ທີ່ດຳເນີນຕາມບັນດາຮູບແບບລົງທຶນທີ່ໄດ້ລະບຸໃນມາດຕາ 21 ຂອງກົດໝາຍວ່າດ້ວຍການລົງທຶນ, ເຊິ່ງລວມມີ 42 ຄາດໝາຍ, ໃນນັ້ນ ມີ 29 ຄາດໝາຍກ່ຽວກັບເສດຖະກິດ, 8 ຄາດໝາຍກ່ຽວກັບສັງຄົມ ແລະ 5 ຄາດໝາຍກ່ຽວກັບສິ່ງແວດລ້ອມ. 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ຕົກລົງປະກາດໃຊ້ປະມວນມາດຖານຕີລາຕາກ່ຽວກັບປະສິດທິຜົນການລົງທຶນຕ່າງປະເທດ ຢູ່ ຫວຽດນາມ. ປະມວນມາດຖານສຳລັບການເຄື່ອນໄຫວລົງທຶນໂດຍກົງຂອງຕ່າງປະເທດ ທີ່ດຳເນີນຕາມບັນດາຮູບແບບລົງທຶນທີ່ໄດ້ລະບຸໃນມາດຕາ 21 ຂອງກົດໝາຍວ່າດ້ວຍການລົງທຶນ, ເຊິ່ງລວມມີ 42 ຄາດໝາຍ, ໃນນັ້ນ ມີ 29 ຄາດໝາຍກ່ຽວກັບເສດຖະກິດ, 8 ຄາດໝາຍກ່ຽວກັບສັງຄົມ ແລະ 5 ຄາດໝາຍກ່ຽວກັບສິ່ງແວດລ້ອມ. ໂດຍອີງໃສ່ບັນດາຜົນກະທົບຂອງຂົງເຂດລົງທຶນຕ່າງປະເທດຕໍ່ການພັດທະນາເສດຖະກິດ ແລະ ບັນດາປັດໄຈສົ່ງຜົນກະທົບ, ເຊັ່ນ: ທຶນ, ການເຕີບໂຕ, ປະສິດທິຜົນການເຄື່ອນໄຫວ, ເຕັກໂນໂລຢີ, ການປະຕິບັດພັນທະພາສີ, ຜົນກະທົບທີ່ແຜ່ກະຈາຍ, ການຮ່ວມສຳພັນກັບວິສາຫະກິດພາຍໃນປະເທດ, 29 ຄາດໝາຍຕີລາຄາກ່ຽວກັບເສດຖະກິດ ໄດ້ແບ່ງອອກເປັນ 6 ກຸ່ມ,ໃນນັ້ນມີ: ກຸ່ມມາດຖານກ່ຽວກັບຂອບຂະໜາດ, ການປະກອບສ່ວນເຂົ້າໃນການພັດທະນາຂອງເສດຖະກິດສັງຄົມຂົງເຂດລົງທຶນຕ່າງປະເທດ; ກຸ່ມມາດຖານກ່ຽວກັບເຕັກໂນໂລຢີຂອງຂົງເຂດລົງທຶນຕ່າງປະເທດ; ກຸ່ມດັດຊະນີກ່ຽວກັບການປະກອບສ່ວນຂອງການລົງທຶນຕ່າງປະເທດເຂົ້າໃນການຍົກສູງຄວາມສາມາດນະວັດຕະກຳຂອງ ຫວຽດນາມ…


 

ຕອບກັບ

ຂ່າວ/ບົດ​ອື່ນ