ກໍ່ສ້າງສະຫະກອນແບບໃໝ່ໃນກະສິກຳໄລຍະປະຈຸບັນ

ກໍ່ສ້າງສະຫະກອນແບບໃໝ່ໃນກະສິກຳໄລຍະປະຈຸບັນ - ảnh 1
ທ່ານ ຫງວຽນ​ດັກ​ຖັ໋ງ, ຮອງ​ປະ​ທານ​ບໍ​ລິ​ຫານ​ສະ​ຫະ​ພັນ ສະ​ຫະ​ກອນ ຫວຽດ​ນາມ
(ພາບ: thoibaokinhdoanh.vn)

(vovworld) – ​​​ການໂອ້​ລົມ​ສົນ​ທະ​ນາ “ກໍ່​ສ້າງ​ບັນ​ດາ​ສະ​ຫະ​ກອນ​ແບບ​ໃໝ່​ໃນ​ກະ​ສິ​ກຳ​ຄື​ແນ​ວ​ໃດ​ໃນ​ໄລ​ຍະ 2015 – 2016 ແລະ 2017 - 2020”, ຖືກຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 11/4, ຢູ່​ຮ່າ​ໂນ້ຍ.

        ບັນ​ດາ​ຄຳ​ເຫັນ​ທີ່ການໂອ້​ລົມ​ສົນ​ທະ​ນາ ໄດ້​ຊີ້​ແຈ້ງ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ ກ່ຽວ​ກັບ​ຮູບ​ແບບ​ສະ​ຫະ​ກອນ​ແບບ​ໃໝ່, ບັນ​ດາ​ບົດ​ຮຽນ​ໃນ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ສະ​ຫະ​ກອນ​ແບບ​ໃໝ່, ສ້າງ​ແຜນ​ຮ່າງ ແລະ ວິ​ວັດ​ການກໍ່​ສ້າງ​ສະ​ຫະ​ກອນ​ແບບ​ໃໝ່​ໃນ​ໄລ​ຍະ 2015 – 2020… ຕາມ​ທ່ານ ເວືອງ​ດິ່ງ​ເຫ​້ວ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ແລ​້ວ, ເພື່ອ​ພັດ​ທະ​ນາ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ສະ​ຫະ​ກອນ, ຕ້ອງ​ປ່ຽ​ນ​ໃໝ່​​ຄວາມ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ, ບົດ​ບາດ ແລະ ຄວາມ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່, ສະ​ຫະ​ກອນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​​ຕາມ​ການກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ:

        “ທຳ​ອິດ​ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຮູ້, ປ່ຽນ​ໃຫມ່​ກ່ຽວ​ກັບ​ຈີນ​ຕະ​ນາ​ການ. ຕ້ອງ​ຮັບ​ຮູ້​ບົດ​ບາດ, ຄວາມ​ສຳ​ຄັນ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່​ເວົ້າ​ລວມ, ຄວາມ​​ຮັບຮູ້​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ກັນ​​ຂອງ​ສະ​ຫະ​ກອນ​ແບບ​ໃໝ່ ແລະ ແບບ​ເກົ່າ, ຄວາມ​​ຮັບຮູ້​ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ບົດ​ບາດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ສຳ​ລັບ​ການ​ເຜີຍ​ແຜ່, ຊາບ​ຊຶມ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ ແລະ ຫັນ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຈຸ​ບັນ​ສຳ​ລັບ​ເສດ​ຖະ​ກິດ​ຮ່ວມ​ມື ແລະ ສະ​ຫະ​ກອນ​​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.”

ຂ່າວ/ບົດ​ອື່ນ