(vovworld) - ວັນທີ 26/9, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນກອງປະຊຸມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ວິໄສທັດຮອດປີ 2020 - ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຊື່ອມໂຍງ ແລະ ພັດທະນາພ້ອມກັບປະເທດຊາດ”. ກອງປະຊຸມ ໄດ້ດຶງດູດແຂກຖືກເຊີນປະມານ 1.000 ຄົນ ທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນໃນໂລກ. ໃນ 4 ມື້ ທີ່ດຳເນີນກອງປະຊຸມ ( ແຕ່ວັນທີ 26 – 30/9), ຈະມີກອງປະຊຸມສຳມະນາຫົວເລື່ອງສະເພາະ 4 ຄັ້ງ ເຊິ່ງລວມມີ; ອະນາຄົດຂອງປະຊາຄົມ - ບັນດາບັນຫາໃນການເຊື່ອມໂຍງ ແລະ ພັດທະນາເສດຖະກິດ; ສີສັນວັດທະນະທຳ ແລະ ມູນເຊື້ອຂອງຊາດ - ກຳລັງໜູນໃຫ້ແກ່ຄວາມສາມັກຄີໃນວົງຄະນະຍາດ, ຕິດພັນກັບປະເທດຊາດ; ພູມປັນຍາຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດ້ວຍພາລະກິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ - ຈາກຄວາມສາມາດບົມຊ້ອນເຖິງຕົວຈິງ; ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອອະນາຄົດຂອງວົງຄະນະຍາດ ແລະ ປະເທດຊາດ.