ກອງປະຊຸມນະໂຍບາຍພັດທະນາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້

ກອງປະຊຸມນະໂຍບາຍພັດທະນາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ - ảnh 1
ພາບປະກອບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 24/7 ຢູ່ ​ແຂວງ An Giang, ທ່ານ​ Vu Van Ninh ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ກ່ຽວ​ກັບ​ນະ​ໂຍບາຍ, ຮູບ​ແບບ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ຈຸດ​ສຸມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລ້ວ, ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ​ແມ່ນ​ສອງ​ປະ​ເພດ​ສິນຄ້າ​ຍຸດ​ທະ​ສາດ​ຂອງ ຫວຽດນາມ ​ແລະ ທ່າ​ໄດ້​ປຽບ​ນີ້​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ປະຕິບັດ ​ຈາກ​ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມພວມ ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ. ຕາມ​ທ່ານ Vu Van Ninh ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ແລ້ວ, ວຽກ​ງານ​ວາງ​ແຜນກຳນົດ​ຕ້ອງ​ຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ການ​ຫນູນ​ຊ່ວຍ​ພັດທະນາ​ບັນດາ​ປະ​ເພດ​ສິນຄ້າ​ມີ​ທ່າ​​ແຮງ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ ຕ້ອງ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ທັນ​ການ​. ທ່ານ ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເວົ້າ​ວ່າ:

        “ພວກ​ເຮົາ​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ບັນດາ​ກົນ​ໄກ​ນະ​ໂຍບາຍ, ບັນດາ​ມາດ​ຕະການ ​ແລະ ປະຕິບັດ​ຈຸດໝາຍ​ໃຫ້​ໄດ້, ເສີມ​ຂະຫຍາຍ​ຄວາມ​ສາມາດ​ທ່າ​ໄດ້​ປຽບ, ຈຳກັດ​ຂໍ້ຄົງຄ້າງ​ຄວາມ​ຫຍຸ້ງຍາກ. ກອງ​ປະຊຸມຈະ​ມີ​ຄວາມ​ໝາຍ​ອັນໃຫຍ່​ຫລວງ​ເພື່ອ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ, ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ, ຮັບປະກັນ​ຍົກ​ສູງ​ລາຍ​ຮັບ ​ແລະ ຊີວິດ​ການ​​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ.”

ຂ່າວ/ບົດ​ອື່ນ