(vovworld) - ຜູ້ຕາງໜ້າ 20 ແຂວງ, ນະຄອນທາງພາກໃຕ້ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມອຸດສາຫະກຳ, ໂດຍກົມອຸດສາຫະກຳທ້ອງຖິ່ນທ່ີຂຶ້ນກັບກະຊວງອຸດສາຫະກຳການຄ້າ ຈັດຕັ້ງຂຶ້ນໃນວັນທີ 10/10, ຢູ່ນະຄອນໂຮ່ຈິມິນ. ຕາມແຫຼ່ງຂ່າວຈາກກອງປະຊຸມ, ໃນ 9 ເດືອນຕົ້ນປີ 2012, ກະຊວງອຸດສາຫະກຳການຄ້າ ໄດ້ມອບເງິນໃຊ້ຈ່າຍເກືອບ 58 ຕື້ດົງ ໃຫ້ແກ່ບັນດາແຂວງຢູ່ເຂດພາກໃຕ້ ພັດທະນາການເຄື່ອນໄຫວສົ່ງເສີມອຸດສາຫະກຳຢູ່ບັນດາທ້ອງຖິ່ນ. ບັນດາແຂວງໄດ້ສຸມໃສ່ປະຕິບັດ 7 ໂຄງການຈຸດສຸມ. ໃນໄລຍະຈະມາເຖິງ, ບັນດາທ້ອງຖິ່ນຈະສຸມໃສ່ຍູ້ແຮງການເຄື່ອນໄຫວສົ່ງເສີມອຸດສາຫະກຳໃນບໍລິເວນ ເພື່ອໜູນຊ່ວຍບັນດາຮາກຖານອຸດສາຫະກຳຊົນນະບົດຮັກສາ, ພັດທະນາການຜະລິດ, ດຳເນີນທຸລະກິດ. ຄຽງຂ້າງນັ້ນ, ກໍເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກເພື່ອຍູ້ແຮງການເຄື່ອນໄຫວໃຫ້ຄຳປຶກສາພັດທະນາອຸດສາຫະກຳໃນບໍລິເວນແຂວງ, ສ້າງແຫຼ່ງລາຍຮັບ ແລະ ໜູນຊ່ວຍການປະຕິບັດບັນດາການເຄື່ອນໄຫວສົ່ງເສີມອຸດສາຫະກຳໃຫ້ນັບມື້ນັບມີປະສິດທິຜົນກວ່າ.