ກອງປະຊຸມສະມາຄົມ ຊາວກະສີກອນ ຄັ້ງທີ່ 8 ຊຸດທີ່ 5

   ກອງປະຊຸມສະມາຄົມ ຊາວກະສີກອນ ຄັ້ງທີ່ 8 ຊຸດທີ່ 5   - ảnh 1
(ພາບ:baomoi.com)

     ຕອນເຊົ້າວັນທີ 5 ມັງກອນ, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ຊາວ​ກະ​ສີກ​ອນ ຫວຽດນາມ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງສະມາຄົມຄັ້ງ​ທີ່ 8 ຊຸດ​ທີ່ 5 ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ວຽກ​ງານ​ຂອງ​ສະມາຄົມປີ 2011 ​ແລະ ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກ່ຽວ​ກັບ​ກະ​ສີ​ກຳ, ຊາວ​ກະ​ສີກ​ອນ, ຊົນນະບົດ. ​ໃນ 3 ປີ​ທີ່​ຜ່ານ​ມາ, ນັບ​ແຕ່ ປີ 2009-2011 ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ທີ່​ຄົບ​ຊຸດ​, ດັ່ງ​ນັ້ນ ຂົງ​ເຂດ​ກະ​ສີ​ກຳ ​ແລະ ຊົນນະບົດ​ໄດ້​ພັດທະນາ​ຢ່າງຮອບດ້ານ​ສົມຄວນ ​ແລະ ​ເປັນ​ປົກກະຕິ, ​ໂຄງ​ປະກອບ​ເສດຖະກິດ​ກະ​ສີ​ກຳ ​ໄດ້​ຫັນປ່ຽນ​ໄວ​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະມາຄົມ​ຊາວ​ກະ​ສີກ​ອນ ຫວຽດນາມ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ 6 ໜ້າ​ທີ່​ໃຈກາງ, ​ໃນ​ນັ້ນ​ສູ້​ຊົນ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ 230.000 ຄົນ, ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ແກ້​​ໄຂ​ຄວາມ​ຫຍຸ້ງຍາກຢ່າງ​ທັນ​ການ ​ແລະ​ ຍົກ​ສູງມູນ​ຄ່າຜະລິດ​ຕະພັນ​ກະ​ເສດ​ຢູ່​ຕະຫຼາດ​ພາຍ​ໃນ ​ແລະ​ຕ່າງປະ​ເທດ. 

ຂ່າວ/ບົດ​ອື່ນ