ກອງປະຊຸມສຳມະນາການທ່ອງທ່ຽວ 3 ແຂວງ ບັກຢາງ, ລ້າງເຊີນ ແລະ ຮ່າໂນ້ຍ
ກອງປະຊຸມສຳມະນາການທ່ອງທ່ຽວ 3 ແຂວງ: ບັກຢາງ ລ້າງເຊີນ, ບັກຢາງ ແລະ ລ້າງເຊີນ ນະຄອນ ຮ່າໂນ້ຍ
ພາບ:ktdl.com.vn
|
(vovworld) - ຕອນເຊົ້າວັນທີ 7/10 ຢູ່ ນະຄອນ ບັກຢາງ, ພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງ ບັກຢາງ, ລ້າງເຊີນ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດ ກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: ການຮ່ວມສຳພັນພັດທະນາການທ່ອງທ່ຽວຂອງ 3 ທ້ອງຖິ່ນດັ່ງກ່າວ. ກອງປະຊຸມສຳມະນາເພື່ອຕີລາຄາບັນດາທ່າແຮງກ່ຽວກັບການທ່ອງທ່ຽວຂອງ 3 ແຂວງ, ນະຄອນ, ຈາກນັ້ນວາງທິດທາງ,ມາດຕະການຂຸດຄົ້ນທ່າແຮງກ່ຽວກັບການທ່ອງທ່ຽວຢ່າງມີປະສິດທິຜົນ. ທ່ານ Nguyen The Chinh ຫົວຫນ້າພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງ ບັກຢາງ ໃຫ້ຮູ້ວ່າ:
“ຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງແຂວງ ບັກຢາງ ແມ່ນອຸດົມສົມບູນ ແຕ່ວ່າ ເງື່ອນໄຂພັດທະນາການທ່ອງທ່ຽວຂອງແຂວງຍັງປະສົບກັບຄວາມຫຍຸ້ງຍາກ. ພາຍຫລັງກອງປະຊຸມສຳມະນາຄັ້ງນີ້ ພວກຂ້າພະເຈົ້າປາດຖະຫນາວ່າ ເຮັດແນວໃດລະຫວ່າງຂະແຫນງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ 3 ແຂວງ, ນະຄອນ ມີການສົມທົບກັນຢ່າງແຫນ້ນແຟ້ນກວ່າເພື່ອຊ່ວຍໃຫ້ 3 ແຂວງສ້າງຜະລິດຕະພັນການທ່ອງທ່ຽວໃຫມ່ ມີຄວາມດູດດື່ມກວ່າ.”