ກອງປະຊຸມສຳມະນາ“ປະຊາຄົມອາຊຽນແລະໂຄງການດຳເນີນງານຂອງຫວຽດນາມ”

ກອງປະຊຸມສຳມະນາ“ປະຊາຄົມອາຊຽນແລະໂຄງການດຳເນີນງານຂອງຫວຽດນາມ” - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:dangcongsan.vn

(vovworld)- ວັນ​ທີ 11/12, ກະ​ຊວງ​ການ​ຕ່າງ​ຫວຽດ​ນາມ ຈັດ​ຕັ້ງ ກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ຊາ​ຄົມ ອາ​ຊຽນ ແລະ ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຫວຽດ​ນາມ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ຜູ້​ແທນກວ່າ 150 ຄົນ​ຕາງ​ຫນ້າ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ວິ​ສາ​ຫະ​ກິດ, ອົງ​ການ​ການ​ເມືອງ​ສັງ​ຄົມ​ໃນ​ທົ່ວ​ປະ​ເທດ​ພ້ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ທະ​ຍາ​ສາດ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ ໃນ​ອາ​ຊຽນ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ເນັ້​ນ​ຫນັກ​ເຖິງ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດ​ນາມ ໃນ​ປະ​ຊາ​ຄົມ ອາ​ຊຽນ. ກ່ຽວ​ກັບ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ຢູ່ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ຊີ້ ແຈ້ງວ່າ: ເມື່ອ ອາ​ຊຽນ ເລີ່ມ​ຕົ້ນ​ການ​ຜັນ​ຂະ​ຫຍາຍ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ຫວຽດ​ນາມ ໄດ້​ສ້າງ ແຜນ​ຮ່າງ​ກ່ຽວ​ກັບ​ທິດ​ທາງ ແລະ ມາດ​ຕະ​ການ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ​ຮອດ​ປີ 2015 ແລະ ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ເພື່ອ​ຜັນ​ຂະ​ຫຍາຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຊີ້​ແຈ້ງວ່າ: ນີ້​ແມ່ນ​ຈຸ​ດ​ເວ​ລາ​ສ້າງ​ບັນ​ດາ​ໂຄງ​ການ​ລະ​ອຽດ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ແລະ ​ທົ່ວ​ປວງ​ຊົນ ​ກ່ຽວ​ກັບປະ​ຊາ​ຄົມ ອາ​ຊຽນ.

 

 

ຂ່າວ/ບົດ​ອື່ນ