ກອງປະຊຸມສຳມະນາແລກປ່ຽນບົດຮຽນຄັ້ງທີ8ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມແລະລາວ

ກອງປະຊຸມສຳມະນາແລກປ່ຽນບົດຮຽນຄັ້ງທີ8ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມແລະລາວ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:nhandan

(vovworld)-​​ ໃນ​ວັນ​ທີ 11-12/8 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ສ​ປ​ປ ລາວ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ຄັ້ງ​ທີ 8 ລະ​ຫວ່າງ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ລາວ. ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ, ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ທັງ​ເປັນ​ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ລາວ ແລະ ທ່ານ  ຫງວຽນ​ແຫ້ງ​ຟຸກ, ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ແຫ້ງ​ຟຸກ, ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ສະ​ເຫນີ​ບັນ​ດາ​ຜູ​້​ແທນ ສຸ​ມ​ໃສ່​ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ເສ​ນາ​ທິ​ການ, ບຳ​ລຸງ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ເສ​ນາ​ທິ​ການ​ໃນ​ການ​ປະ​ສານ​ສົມ​ທົບ ກະ​ກຽມ​ເນື້ອ​ໃນ, ລາຍ​ການ​ກອງ​ປະ​ຊຸມ​ສາ​ມັນຂອງ​ສະ​ພາ​ແຫ່ງ​ຊາດ, ວາ​ລະ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ… ນີ້​ແມ່ນ​ບັນ​ດາ​ບັນ​ຫາ​ຈ​ຳ​ເປັນ​ສຳ​ລັບ​ວຽກ​ງານ​ຂອງ 2 ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ປະ​ຈຸ​ບັນ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄສ​ສົມ​ພອນ ພົມ​ວິ​ຫານ ແລະ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທັງ​ເປັນ​ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ລາວ ສ​ົມ​ພັນ ແພງ​ຄຳ​ມີ ລ້ວນ​ແຕ່​ຖື​ວ່າ ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພະ​ນ​ັກ​ງານ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ບົດ​ຮຽນ ເພື່ອ​ເພີ່​ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ເສ​ນ​າທິການ​ໃຫ້​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຂອງ​ຕົນ ກໍ​ຄື​ກະ​ກຽມ​ໃຫ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປ​ະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໃນ​ທ້າຍ​ປີນີ້.

 

ຂ່າວ/ບົດ​ອື່ນ