ກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6

(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6 (ອາຍຸການ 2018 – 2021).

ກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6 - ảnh 1 ກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6

(ພາບ: hanoimoi.com.vn)

ມີນັກທຸລະກິດໜຸ່ມດີເດັ່ນກວ່າ 700 ຄົນທີ່ຕາງໜ້າໃຫ້ສະມາຊິກກວ່າ 10.000 ຄົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້.

        ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຕີລາຄາໝາກຜົນວຽກງານສະມາຄົມນັກທຸລະກິດໜຸ່ມຫວຽດນາມ ອາຍຸການ 2014 – 2017, ສ້າງທິດທາງປະຕິບັດວຽກງານອາຍຸການ 2018 – 2021 ແລະ ເຈລະຈາເລືອກຕັ້ງຄະນະກຳມະການສູນກາງສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຊຸດທີ 6 (ອາຍຸການ 2018 – 2021).

ຕອບກັບ

ຂ່າວ/ບົດ​ອື່ນ