ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຜູ້ອາຍຸສູງ-ແບບຢ່າງທີ່ໃສແຈ້ງ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບຫຼຽນໄຊແຮງ
ງານຊັ້ນໜຶ່ງໃຫ້ແກ່ສະມາຄົມຜູ້ອາຍຸສູງຫວຽດນາມ
(ພາບ: Thu Hằng - VOV)
|
(vovworld) – ຕອນເຊົ້າວັນທີ 5/5, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ແບບຢ່າງທີ່ໃສແຈ້ງ” ຄັ້ງທີ 3 ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສະມາຄົມ (10/5/1995 - 10/5/2015). ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານເບິ່ງແຍງດູແລຜູ້ອາຍຸສູງ, ເພື່ອໃຫ້ຜູ້ອາຍຸສູງໄດ້ຮັບການເຊີດຊູ ແລະ ພິເສດແມ່ນເສີມຂະຫຍາຍໄດ້ອິດທິພົນຊື່ສຽງ, ບົດບາດຂອງຜູ້ອາຍຸສູງທີ່ສືບຕໍ່ປະກອບສ່ວນໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຊີ້ແຈ້ງວ່າ:
“ໃນໄລຍະປ່ຽນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນນັ້ນ, ສະມາຄົມຜູ້ອາຍຸສູງໄດ້ຮັບການສ້າງຕັ້ງເພື່ອແນໃສ່ເຕົ້າໂຮມ, ເສີມຂະຫຍາຍບັນດາຄຸນຄ່າອັນດີງາມຂອງຊາດ. ຜ່ານ 20 ປີແຫ່ງການພັດທະນາ, ສະມາຄົມຜູ້ອາຍຸສູງໄດ້ປະກອບສ່ວນສຳຄັນ ແລະ ຂາດບໍ່ໄດ້ໃນການສ້າງກົດໝາຍ, ສ້າງແຜນນະໂຍບາຍພັດທະນາເສດຖະກິດ - ສັງຄົມເວົ້າລວມ ແລະ ເບິ່ງແຍງດູແລຜູ້ອາຍຸສູງເວົ້າສະເພາະ. ສະມາຄົມໄດ້ປຸກລະດົມ ແລະ ຂົນຂວາຍສະມາຊິກເຂົ້າຮ່ວມການແຂ່ງຂັນຮັກຊາດຫຼາຍຄັ້ງ, ຜ່ານນັ້ນລະດົມກຳລັງໃຈ ຕັ້ງໜ້າເຂົ້າຮ່ວມການສ້າງສາບ້ານເກີດເມືອງນອນ, ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ປະກອບສ່ວນໃຫ້ແກ່ວົງຄະນະຍາດ.”
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ສະມາຄົມຜູ້ອາຍຸສູງຫວຽດນາມ.