ການຄ້າຫວຽດນາມ ຈະເຕີບໂຕໄວໃນ 15 ປີຈະມາເຖິງ

ການຄ້າຫວຽດນາມ ຈະເຕີບໂຕໄວໃນ 15 ປີຈະມາເຖິງ - ảnh 1
ໃນ 15 ປີ​ຈະ​ມາ​ເຖິງ, ຍອດ​ມູນ​ຄ່າດ້ານ​ການ​ຄ້າ​ຂອງ​ຫວຽດນາມ ມີ​ຄວາມ​ສາມາດ​ເພີ່ມ​ຂຶ້ນ​ເກືອ​ບ 187% ​​ໃຫ້​ທັງ​ໄລຍະ​ແຕ່​ນີ້​ຮອດ​ປີ 2026

(vovworld) - ວັນ​ທີ 10/7, ກຸ່ມ​ບໍລິສັດ​ການ​ເງິນ HSBC ​ໄດ້​ປະກາດ​ບົດ​ລາຍ​ງານ​ເຊື່ອມ​ຕໍ່​​ພົວພັນ​ດ້ານ​ການ​ຄ້າ​ທົ່ວ​ໂລກ, ພ້ອມ​ທັງ​​ໃຫ້​ຂໍ້​ສັງ​ເກດວ່າ: ​ໃນ 15 ປີ​ຈະ​ມາ​ເຖິງ, ຍອດ​ມູນ​ຄ່າດ້ານ​ການ​ຄ້າ​ຂອງ​ຫວຽດນາມ ມີ​ຄວາມ​ສາມາດ​ເພີ່ມ​ຂຶ້ນ​ເກືອ​ບ 187% ​​ໃຫ້​ທັງ​ໄລຍະ​ແຕ່​ນີ້​ຮອດ​ປີ 2026, ​​ເພີ່ມ​ຂຶ້ນ​ທົບ​ເກືອບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ຄ້າ​ທົ່ວ​ໂລກ. ​ແລະກໍ​ຕາມ HSBC ​ແລ​້ວ, ​ໂດຍ​ອີງ​ໃສ່​ດັດຊະນີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ຄ້າ​ຂອງ​ກຸ່ມ​ບໍລິສັດ​ນີ້, ຄວາ​ມ​ໄວ​້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ວິ​ສາ​ຫະກິດພົວພັນ​ດ້ານ​ການ​ຄ້າ​ສາກົນ​ຢູ່​ຫວຽດນາມ ຍັງ​ຢູ່​ໃນ​ລະດັບ​ເປັນ​ປົກກະ​ຕິ ​ແລະ ສູງ​ພໍ​ສົມຄວນ. ການ​ສຳ​ຫຼວດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ​ສັ້ນ, ການ​ພົວພັນ​ການ​ຄ້າ​ພາຍ​ໃນ​ພາກ​ພື້ນ​ສືບ​ຕໍ່​​ຮັກສາ​ບົດບາດ​ສຳຄັນ​ທີ່​ມີ​ຕໍ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​​ໄລຍະ​ປະຈຸ​ບັນ ​ແລະ ​ໃນ​ຕະຫຼອດ 6 ​ເດືອນ​ຈະ​ມາ​ເຖິງ. ບັນດາ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ລາຍ​ໃຫຍ່​ຂອງ​ຫວຽດນາມ ​ແມ່ນ​ບັນດາ​ປະ​ເທດ​ການ​ຄ້າ​ຕົ້ນຕໍ​ໃນ​ໂລກ​ເປັນ​ຕົ້ນ, ​ເຊິ່ງລວມມີ: ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ຈີນ ​ແລະ ​ເຢຍລະ​ມັນ.

 

 

 

ຂ່າວ/ບົດ​ອື່ນ